ວັນທີ 22 ມັງກອນ 2025, ທີ່ຄ້າຍຄຸມຂັງ-ດັດສ້າງພາກບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດການອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາເຫຼັກ ໃຈອິສານ ກໍາມະການປະຈໍາພັກແຂວງ ປະທານຄະນະກຳມະ ການອະໄພຍະໂທດຂັ້ນແຂວງ.
ໃນພິທີ, ພັທ ບຸນທອງ ລາວຈຸງ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ປະຈຳປີ 2024 ຊຶ່ງພາຍຫຼັງຄະນະກຳມະການອະໄພຍະໂທດແຂວງ ໄດ້ຊີ້ນຳ ແລະ ມອບວຽກ ກອງເລຂາກໍໄດ້ຄົ້ນຄວ້າ, ຄັດເລືອກສັງລວມເອົາລາຍຊື່ນັກໂທດຜູ້ທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2024; ຄະນະກຳມະການອະໄພຍະໂທດແຂວງຜົ້ງສາລີ ໄດ້ຄົ້ນຄວ້ານັກ ໂທດທີ່ມີເງື່ອນໄຂອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວ ທັງໝົດມີ 73 ຄົນ ຍິງ 05 ຄົນ, ໃນນີ້, ໄດ້ຮັບການອະໄພຍະໂທດ ຫຼຸດຜ່ອນໂທດມີ 67 ຄົນ ຍິງ 05 ຄົນ ແລະ ປ່ອຍຕົວນັກໂທດມີ 06 ຄົນ.
ໂອກາດນີ້, ທ່ານ ຄໍາເຫຼັກ ໃຈອິສານ ກໍໄດ້ມີຄຳເຫັນຕໍ່ຜູ້ທີ່ໄດ້ ຮັບອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວໃນຄັ້ງນີ້ ໃຫ້ຫຼີກລ້ຽງແນວຄິດອະຄະຕິຕໍ່ການຈັດຕັ້ງພາກສ່ວນທີ່ດຳເນີນຄະດີ ແລະ ພາຍຫຼັງກັບໄປຢູ່ນຳຄອບຄົວແລ້ວ ໃຫ້ປະຕິບັດຕົວເປັນພົນລະເມືອງດີ ປະກອບອາຊີບທຳມາຫາກິນດ້ວຍຄວາມຖືກ ຕ້ອງ, ສຸດຈະລິດ ຫຼີກລ່ຽງການກະທຳຜິດຕໍ່ກົດໝາຍບ້ານເມືອງອີກ, ນອກນີ້ ທ່ານຍັງເນັ້ນໜັກໃຫ້ນັກໂທດຜູ້ທີ່ຍັງປະຕິບັດໂທດຢູ່ຄ້າຍຄຸ້ມຂັງ-ດັດສ້າງ ໃຫ້ສືບຕໍ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ ໃຫ້ເຂັ້ມງວດ, ຕັ້ງໃຈຝຶກຊ້ອມວິຊາອາຊີບ ເພື່ອໃຫ້ຕົນເອງມີສີມືແຮງງານ ຄຽງຄູ່ກັບການປັບປ່ຽນທັດສະນະຄະ ຕິອັນບໍ່ດີຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄົນເອງໃຫ້ກາຍເປັນນັກໂທດຜູ້ທີ່ມີຄວາມກ້າວໜ້າຕໍ່ໄປ.
Cr. ປກສ ແຂວງຜົ້ງສາລີ





