ວັນທີ 6 ກັນຍາ 2024, ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງົ້້ງສາລີ ທາງຄະນະໂຄສະນາອົບຮົມແຂວງຮ່ວມກັບສະຫະພັນນັກຮົບເກົ່າແຂວງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ ຄືແຕ່: ວັນທີ 9 ກັນຍາ 2002 ວັນທີ 9 ກັນຍາ 2024 ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມຫວຽດນາມ ວັນທີ 2 ກັນຍາ ຄົບຮອບ 77 ປີ ໂດຍການເຂົາຮ່ວມຂອງທ່ານ ນາງ ຈັນມະນີ ນາມວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນພິທີຄັ້ງນີ້, ທ່ານ ນາງ ວັນເຮືອງ ສໍດາລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ເລົ່າຄື້ນມູນເຊື້ອວັນຊາດຫວຽດນາມ ເຊິ່ງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວໂດຍຫຍໍ້ ໂດຍສະເພາະໃນໄລຍະການຕໍ່ສູ້ຢຶດອໍານາດການປົກ ຄອງ, ການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າທີ່ເຂົ້າມາຮຸກຮານຫວຽດນາມ ເຮັດໃຫ້ປະຊາຊົນຫວຽດນາມ ສູນເສຍສິດເປັນເຈົ້າບໍ່ມີອິດສະຫຼະພາບຖືກກົດຂີ່ຢ່າງໜັກໜ່ວງ, ປະຊາຊົນຫວຽດນາມ ບໍ່ສາມາດອົດທົນຕໍ່ການກົດຂີ່ຂູດຮີດອັນແສນທໍລະ ມານ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດ ລຽນຕິດ, ເພື່ອຊີ້ນຳ-ນຳພາ ການຕໍ່ສູ້ຍາດເອົາເອກະລາດ ພັກກອມມູນິດຫວຽດນາມ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດລ້ຽວອັນຍິ່ງໃຫຍ່ໃນ ປະຫວັດສາດຂອງການປະຕິວັດຫວຽດນາມ ນັບຈາກນັ້ນມາຂະບວນການວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດຍາດເອົາອຳນາດການປົກຄອງ ທ້ອນໂຮມປະ ເທດຊາດເປັນເອກະພາບ ນຳເອົາປະເທດຊາດກ້າວສູ່ສັງກາດແຫ່ງຄວາມເປັນເອກະລາດ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ສືບຕໍ່ພາລະກິດຕໍ່ສູ້ປົດປ່ອຍພາກໃຕ້ເພື່ອທ້ອນໂຮມ ປະເທດຊາດໃຫ້ເປັນເອກະພາບ ແລະ ສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມຂຶ້ນ,
ຈາກນັ້ນ, ນາງ ຈັນມະນີ ນາມວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຫວນຄືນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ ຊຶ່ງເປັນອີກວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ເປັນມູນເຊື້ອແຫ່ງການຕໍ່ສູ້ກູ້ເອົາເອກະ ລາດແຫ່ງຊາດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເຮັດໃຫ້ປະຊາຊົນບັນດາເຜົ່າມີສິດເສລີພາບ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ຍັງສະແດງໃຫ້ເຫັນຄວາມເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບໃນກອງທັບທີ່ໄດ້ອຸທິດຊີວິດ ເພື່ອປະ ເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນບັນດາເຜົ່າ. ນັກຮົບເກົ່າແມ່ນຜູ້ອຸທິດຊີວິດເລືອດເນື້ອເພື່ອພາລະກິດປະຕິວັດ ກໍ່ຄືພາລະກິດປະຫວັດສາດຂອງຊາດ, ທັງເປັນຜູ້ສ້າງພາລະກໍາປະຫວັດສາດອັນຍິ່ງໃຫຍ່ ຮັບໃຊ້ການສູ້ຮົບ, ປົດປ່ອຍປະ ເທດຊາດ ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ອັນລະອິດລະອ້ຽວ,ຍືດເຍື້ອຍາວນານຫຼາຍສິບປີ, ວິລະກຳຂອງພວກເພີ່ນຍັງເປັນອຳມະຕະ ແລະ ສະຖິດຢູ່ໃນໃຈຂອງປະຊາຊົນລາວຜູ້ຮັກຊາດ, ຮັກຄວາມເປັນເອກະລາດ-ອິດສະຫຼະພາບ ແລະ ຄວາມເປັນທຳຕະຫຼອດການ, ນັກຮົບເກົ່າຍາມໃດກໍ່ມີຄວາມເດັດດ່ຽວໜ້ຽວແໜ້ນ, ຮັກສາທາດແທ້ມູນເຊື້ອປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດຢ່າງບໍ່ມີຂອບເຂດ, ມີຄວາມຕັດສິນໃຈ ແລະ ເສຍສະຫຼະຢ່າງສູງສົ່ງ, ເພື່ອຜົນປະໂຫຍດສ່ວນລວມຂອງປະເທດຊາດ, ມາຮອດປະຈຸບັນ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວກ້າວຂື້ນຢ່າງບໍ່ຢຸດຢັ້ງ. ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ສະພາບການຈັດຕັ້ງປະຕິບັດວຽກງານຂອງສະຫະພັນນັກ ຮົບເກົ່າແຂວງຜົ້ງສາລີໃນແຕ່ລະໄລຍະຕື່ມາອີກ.
ທີ່ມາ: ວິທະຍຸ ແລະ ໂທລະພາບແຂວງຜົ້ງສາລີ





