ຕອນເຊົ້າຂອງວັນທີ 3 ທັນວາ 2024 ນີ້, ທີ່ເດີນສວນສາທາລະນະເມືອງບຸນເໜືອ, ແຂວງຜົ້ງສາລີ. ອະນຸກຳມະການສີລະປະ-ວັດທະນະທຳ ແລະ ກ້ອນກຳລັງ ໄດ້ຈັດການຝືກຊ້ອມເດີນສວນສະໜາມ ເພື່ອກະກຽມໃຫ້ແກ່ງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ ລາວ, ຫວຽດນາມ ແລະ ຈີນ ແລະ ງານເທສະການອາຫານເຜົ່າ ແລະ ດື່ມນໍ້າຊາ, ຕິດພັນກັບການຈັດງານປີທ່ອງທ່ຽວລາວ 2024 ຂອງແຂວງຜົ້ງສາລີ.
ການເດີນlວນສະໜາມໃນຄັ້ງນີ້, ປະກອບມີ ກ້ອນກຳລັງກອງດຸລິຍາງ, ກ້ອນກໍາລັງແຫ່ປ້າຍໂລໂກ ຂອງງານ, ກ້ອນກຳລັງ ຄູຝຶກ ແລະ ນັກກິລາ ຂອງແຂວງຜົ້ງສາລີ, ກ້ອນກຳລັງ ຄູຝຶກ ແລະ ນັກກິລາ ຂອງນະຄອນດຽນບ່ຽນ ແຂວງດຽນບ່ຽນ ສສ ຫວຽດນາມ, ກ້ອນກຳລັງ ຄູຝຶກ ແລະ ນັກກິລາ ຂອງເມືອງຈຽງເຊີນ ນະຄອນພູເອີ ແຂວງຢູນນານ ສປ ຈີນ, ກ້ອນກຳລັງບັນດາເຜົ່າຂອງແຂວງຜົ້ງສາລີ.
ສຳລັບງານດັ່ງກ່າວ ແມ່ນແຂວງຜົ້ງສາລີ ເປັນເຈົ້າພາບ ຈະຈັດຂຶ້ນໃນລະ
ຫ່ວາງວັນທີ 11 – 13 ທັນວາ 2024 ທີ່ເທດສະບານຂອງແຂວງຜົ້ງສາລີ (ເມືອງບຸນເໜືອ ).




