ທ່ານ ທອງສຸກ ເປົາສຸລີ, ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼູບວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2024 ແລະ ທິດທາງແຜນການ 2025 ຂອງແຂວງ ເຊິ່ງຈັດຂຶ້ນໃນວັນທີ 28 ມັງກອນ 2025 ທີ່ຫ້ອງປະຊຸມຂອງພະແນກການເງິນແຂວງຜົ້ງສາລີ້ ວ່າ: ປີ 2024 ຜ່ານມາ, ເສດຖະກິດແຂວງຜົ້ງສາລີ ຂະ ຫຍາຍຕົວ 6,04%; ລື່ນແຜນ 12.81% (ແຜນການ 5.35%), ລວມຍອດມູນຄ່າຜະລິດຕະພັນພາຍໃນ ບັນລຸ 6,714.20 ຕື້ກີບ, ລື່ນແຜນ 33% (ມະຕິສະພາ 5.077,47ຕື້ກີບ) ລາຍຮັບສະເລັ່ຍຕໍ່ຫົວຄົນ 33.45 ລ້ານກີບ.
ນອກຈາກນີ້, ຍັງສາມາດລະດົມແຫຼ່ງທຶນຕ່າງໆ ເຂົ້າໃນການພັດທະນາແຜນພັດທະນາເສດຖະກິດ-ສັງຄົມ, ບັນລຸ 1,317.05 ຕື້ກີບ, ລື່ນແຜນການ 21.21%, (ມະຕິສະພາ 1.086,58 ຕື້ກີບ) ເຂົ້າໃນ 354 ໂຄງການ, ໃນນີ້:
ການລົງທຶນຂອງລັດປີ 2024, ລັດຖະບານອະນຸມັດມີ 157,26 ຕື້ກີບ, ຈັດສັນໃນ 271 ໂຄງການ ໃນນີ້: ທຶນປົກກະຕີ 210 ໂຄງການ, ມູນຄ່າ 44,66 ຕື້ກີບ; ທຶນບ້ວງຄວາມທຸກຍາກ, ບ້ວງພູມສໍາເນົາ, ບ້ວງພັດທະນາຕົວເມືອງ ແລະ ບ້ວງອື່ນໆ ລວມ 43 ໂຄງການ, ມູນຄ່າ 23,49 ຕື້ກີບ ແລະ ລາຍຮັບເກີນແຜນປີ 2023 ມາຈັດຕັ້ງປະຕິບັດໃນປີ 2024 ຈໍານວນ 18 ໂຄງການ, ມູນຄ່າ 14,37 ຕື້ກີບ; ທຶນປ່ອຍສິນເຊື່ອຂອງທະນາຄານ 325.50 ຕຶ້ກີບ.
ວຽກງານປະເມີນຜົນ ໄດ້ຄົ້ນຄ້ວາ, ຄຸ້ມຄອງ ປະເມີນຜົນໂຄງການ ປີ 2024, ໄດ້ຮັບໂຄງການ ເພື່ອປະເມີນຜົນ ມີທັງໝົດ 87 ໂຄງການ, ໃນນັ້ນ; ປະເມີນມີຄວາມສອດຄ່ອງຕາມເປົ້າໝາຍ ແລະ ກົດໝາຍລວມມີ 62 ໂຄງການ, ແຈ້ງຜົນການປະ ເມີນໃຫ້ເຈົ້າຂອງໂຄງການຮັບຊາບ ເພື່ອຊອກແຫຼ່ງທຶນມາຈັດຕັ້ງປະຕິບັດ, ວຽກ ງານສົ່ງເສີມການລົງທຶນ: ໄດ້ລະດົມແຫຼ່ງທຶນຈາກບັນດາຫົວໜ່ວຍທຸລະກິດຜູ້ປະ ກອບການພາຍໃນ ແລະ ຕ່າງປະເທດ ຕາມການໃຫ້ນະໂຍບາຍຕາມກົດໝາຍສົ່ງ ເສີມການລົງທຶນ ຊຶ່ງໃນ 1 ປີໄດ້ຄົ້ນອະນຸມັດການລົງທຶນລວມມີ 15 ໂຄງການ, ມູນຄ່າລົງທຶນ 76,65 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 17,04 ລ້ານໂດລາ, ຂັ້ນສູນກາງອະນຸມັດມີ 6 ໂຄງການ, ແຂວງອະນຸມັດ ມີ 9 ໂຄງການ; ຈັດພິທີເຊັນສັນຍາໄດ້ 5 ສະບັບ ແລະ ເຊັນບົດບັນ ທຶກ MOU ຈຳນວນ 3 ສະບັບ.
ສ່ວນນວຽກງານຮ່ວມມືສາກົນ: ໄດ້ຍາດແຍ່ງການຊ່ວຍເຫຼືອເພື່ອການພັດທະນາ (ODA) ໃນ 1 ປີ ຍາດແຍ່ງການຊ່ວຍ ເຫຼືອ ແລະ ກູ້ຢືມມີ 33 ໂຄງການ ລວມມູນຄ່າ 83.33 ຕຶ້ກີບ, ໃນນີ້; ຊ່ວຍເຫຼືອຫລ້າອົງການຈັດຕັ້ງສາກົນ 36.13 ຕື້ກີບກີບ, ທຶນຊ່ວຍເຫຼືອຫລ້າຈາກ ສສ ຫວຽດນາມ ມີ 0.48 ຕື້ກີບ ແລະ ຈາກ ສປ ຈີນ ມີ 31.75 ຕື້ກີບ.





