ຜົ້ງສາລີ ເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳລາວ-ຈີນ
ຕອນເຊົ້າວັນທີ 22 ຕຸລາ 2024 ນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງໄດ້ຈັດໃຫ້ມີກອງປະຊຸມເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳລາວ-ຈີນ ໄລຍະ 2024-2028 ຕາມທິດ 4 ດີ ໂດຍການເປັນປະທານຂອງທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງໆຜົ້ງສາລີ,

ໃນກອງປະຊຸມ ທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງໆຜົ້ງສາລີ ໄດ້ເຜີຍແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ (2024-2028) ເຊິ່ງ ລາວ – ຈີນ ແມ່ນສອງປະເທດ ທີ່ຢຶດໝັ້ນເສັ້ນທາງສັງຄົມນິຍົມ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ມີສາຍພູສາຍນ້ຳຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ດົນ ແລະ ເລີ່ມຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ປີ 1961 ເປັນຕຕົ້ນມາການພົວພັນໄດ້ຍົກລະດັບຂຶ້ນເປັນແຕ່ລະໄລຍະ, ແຕ່ລະຍຸກແຫ່ງການພັດທະນາ ແລະ ການປ່ຽນແປ່ງຂອງສະພາບການໂລກ ກໍ່ຄືສອງປະເທດ ຕ້ອງໄດ້ເພີ່ມທະວີໃຫ້ມີຄວາມເຂັ້ມຂຸ້ນ.
ສະນັ້ນ, ການຮ່ວມມືໄດ້ຍົກລະດັບຂຶ້ນ ໃນແຕ່ລະໄລຍະ ປີ 2000 ການນຳສອງປະເທດ ລາວ – ຈີນ ໄດ້ກໍານົດການພົວພັນ ລະຫວ່າງ ສອງປະເທດຕາມທິດ “ໝັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ,ໄວ້ເນື້ອເຊື່ອໃຈກັນທີ່ດີ, ຮ່ວມມືຮອບດ້ານທີ່ດີ” ປີ 2009 ການພົວພັນສອງປະເທດໄດ້ຮັບການຍົກລະດັບຂຶ້ນ “ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ – ໝັ້ນຄົງ – ຍາວນານ ຕາມທິດ 4 ດີ” ປີ 2019 ໄດ້ຍົກລະດັບຂຶ້ນ: “ຄູ່ຮ່ວມຊາຕາກຳ ລາວ – ຈີນ” ແມ່ນມີຄວາມໝາຍຍຸດທະສາດສໍາຄັນ. ສອງພັກ ລາວ-ຈີນ ໄດ້ເລີ່ມພົວພັນໂດຍກົງນຳກັນມາແຕ່ປີ 1956 ປີ 2024 ໄດ້ຄົບຮອບ 68 ປີ ແລະ ສອງປະເທດ ລາວ – ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນວັນທີ 25 /4/ 1961 ປີ 2024 ໄດ້ຄົບຮອບ 63 ປີ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ແມ່ນປະເທດຈີນ ເລືອກປະເທດລາວ ເປັນປະເທດທຳອິດໃນທົ່ວໂລກໃນໃນການບຸກເບີກການສ້າງຄູ່ຮ່ວມຊາຕາກຳການສ້າງຄູ່ຮ່ວມຊາຕາກໍາ ລາວ – ຈີນ ແມ່ນຈະໄດ້ຈັດຕັ້ງປະຕິບັດຕາມ ກົນໄກການພົບ ປະ 5 ປີຕໍ່ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ. ຕໍ່ຄວາມມຸ່ງມາດປາຖະໜາຮ່ວມຂອງປະຊາຊົນສອງຊາດ, ສອງຝ່າຍ ໄດ້ຈັບມືຄຽງບ່າຄຽງໄຫລ່ ຮ່ວມກັນກ້າວໄປສູ່ສັງກາດໃໝ່ ຂອງການພົວພັນຮ່ວມມື ທີ່ມີຄຸນນະພາບສູງ ລະຫວ່າງ ສອງປະເທດ, ໂດຍສະເພາະ ໄດ້ຖືເອົາເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນ ທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງໄມຕີຈິດມິດຕະພາບ ລະຫວ່າງ ປະຊາຊົນ 2 ຊາດ ລາວ-ຈີນ ນໍາເອົາຄວາມຮັ່ງມີຜາສຸກຢ່າງຫລວງຫລາຍມາສູ່ 2 ປະເທດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ.
ໃນກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່ມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 224/ຄພຂ, ລົງວັນ ທີ 21/5/2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ກອງ ເລຂາຊ່ວຍວຽກໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ໄລຍະ 2024-2028; ເຜີຍແຜ່ແຜນດໍາເນີນງານຄະນະຮັບຜິດຊອບຊີ້ນໍາ ແລະ ກອງເລຂາຊ່ວຍວຽກ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ- ຈີນ ໄລຍະ 2024-2028; ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮ່ວມມື ລະຫວ່າງ ແຂວງຜົ້ງ ສາລີ ກັບ ສປ ຈີນ ໃນໄລຍະ 3 ປີ (2021-2023) ຜ່ານມາ ແລະ ທິດທາງແຜນການ 5 ປີ (2024-2028) ໃນຕໍ່ໜ້າ; ເຜີຍແຜ່ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ກ່ຽວກັບການ ອະນຸມັດໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ, ສະບັບເລກທີ 562/ ຫສນຍ, ລົງວັນທີ 19 ມີນາ 2024 ແລະ ເຜີຍແຜ່ວຽກງານພິທິການທູດ ຕື່ມອີກ.
ພາບ-ຂ່າວ: ແສງຄຳ ສາລີວັນ




