ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຜ່ານການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຂວງບໍ່ແກ້ວ ຢຶດ ຢາບ້າເກືອບ 30 ລ້ານເມັດ ຢູ່ຈຸດຂ້າມລອຍ

Nov 24, 2024

ພັນຕີ ນິລັນ ຈັນທະວົງ ຫົວໜ້າພະແນກແຜນການສັງລວມ ກອງບັນ ຊາການທະຫານແຂວງບໍ່ແກ້ວ ໃຫ້ຮູ້ໃນໂອກາດຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດ ວາ ລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງກອງບັນຊາການທະຫານແຂວງ ໃນປີ 2021-2024 ຕໍ່ກອງປະຊຸມເຊື່ອມຊຶມແຜນການສະກັດກັ້ນອັດປ່ອງຂ້າມລອຍແກ້ໄຂບັນຫາຢາເສບຕິດ, ການລັກລອບປູກຝິ່ນ ແລະ ອື່ນໆ, ໄດ້ຈັດຂື້ນໃນວັນທີ 19 ພະຈິກ 2024 ນີ້, ຢູ່ທີ່ ສູນບັນຊາການທະຫານແຂວງບໍ່ແກ້ວ ວ່າ:
ໃນໄລຍະຜ່ານມາ. ຄະນະພັກ-ຄະນະບັນຊາ ກອງບັນຊາການ ໄດ້ຖື ເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ ສອດຫ້ອຍໄປທຸກຂົງເຂດວຽກ ງານຂອງແຕ່ລະກົມກອງ ໂດຍໄດ້ຈັດຕັ້ງເຊື່ອມຊຶມຜັນຂະຫາຍ ບັນດາມະຕິກອງປະ ຊຸມໃຫຍ່ຂອງພັກແຕ່ລະຂັ້ນ, ເຊື່ອມຊຶມບັນດາເອກະສານມູນເຊື້ອ ຂອງພັກ, ຂອງຊາດ, ຂອງກອງທັບໂດຍສະເພາະກໍ່ຄືແຜນການແຜນຜັນຂະຫຍາຍວາລະແຫ່ງຊາດ, ກ່ຽວກັບການຕ້ານ, ສະກັດກັ້ນ, ແກ້ໄຂບັນຫາຢາເສບຕິດ ແລະ ແຜນ ການສະກັດກັ້ນ, ທໍາລາຍການປູກຝິ່ນ ຂອງກອງບັນຊາການທະຫານແຂວງ, ເຊິ່ງສາມາດການສະກັດກັ້ນອັດປ່ອງຂ້າມລອຍຂອງກຸ່ມຄົນບໍ່ດີ ແລະ ການລັກລອບຂົນສົ່ງຢາເສບຕິດເຊັ່ນ: ກັກຕົວຄົນເຂົ້າ-ອອກເມືອງຜິດກົດໝາຍ 05 ຄັ້ງ ມີທັງຫມົດ 600 ຄົນ, ໄດ້ສົມທົບກັບເຈົ້າໜ້າທີ່, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ ຕິດຕາມກວດກາການນໍາເຂົ້າສິນຄ້າຕາມຊາຍແດນຂອບເຂດຮັບຜິດຊອບທີ່ມີການລັກລອບນໍາເຂົ້າແບບບໍ່ຖືກຕ້ອງເຊັ່ນ: ໃຊ້ມ້າເປັນພາຫະນະຕ່າງເຄື່ອງ ຈໍານວນ 03 ຄັ້ງ, 76 ໂຕ, ຢຶດລົດຕ່າງນໍ້າມັນເຖື່ອນ 04 ຄັນ, ນໍ້າມັນ 92,000 ລິດ, ພາຫະນະນໍາເຂົ້າບໍ່ຖືກຕ້ອງ 07 ຄັ້ງ: ມີລົດໃຫຍ່ຈໍານວນ 103 ຄັນ.
ໃນນີ້, ມີປະເພດລົດລາຄາແພງຍີ້ຫໍ້ ເລັກຊັດ, ແລນໂລເວີ້ຈໍານວນ 44 ຄັນ, ລົດຈັກຈໍານວນ 138 ຄັນ, ເຮືອດໍາ 26 ລໍາ, ມ້າງຄະດີຢາເສບຕິດໄດ້ 21 ຄັ້ງ ຢຶດຂອງກາງປະເພດຢາບ້າຈໍານວນ 142 ເປົາ, ເທົ່າກັບ 29,733,313 ເມັດ, ເຄຕາມິນ 850 ຫໍ່ ເທົ່າກັບ 850 ກິໂລກຼາມ, ແປ້ງຝຸ່ນ 6,2 ກິໂລກຼາມ, ລົດໃຫຍ່ 08 ຄັນ. ເຮືອກາບ 1 ລໍາ, ອາວຸດອີກຈຳນວນໝຶ່ງ, ເງິນຈໍານວນ 430,000 ບາດ (ຫຼື 279 ລ້ານກ່ວາກີບ), ຢຶດການລັກລອບເລື່ອຍໄມ້ເຖື່ອນໄດ້ 02 ຄັ້ງເຊັ່ນ: ຈັກສະຕິນ 05 ເຄື່ອງ, ໄມ້ລ່ຽມ 1,411 ລ່ຽມ, ໄມ້ຕັບ 04 ຕັບ ແລະ ໄມ່ທ່ອນອີກຈໍານວນໜຶ່ງ, ຢຶດອາວຸດລາເນື້ອ 02 ຄັ້ງ: ໄດ້ປືນທັງໝົດ 236 ກະບອກ. ທໍາລາຍສວນຢາຝິ່ນຈໍານວນ 13 ຄັ້ງ ມີເນື້ອທີ່ທັງໝົດ 226,72 ເຮັກຕາ. ທໍາລາຍໄດ້ 133,32 ເຮັກຕາ.
May be an image of 1 person, dais and text