ພາຍຸໄຕ້ຝຸ່ນໄດ້ພັດເຂົ້າຢູ່ພາກເໜືອຫວຽດນາມ ໃນວັນທີ 7 ກັນຍານີເຮັດໃຫ້ຫຼາຍແຫ່ງເກີດໄພນ້ຳຖ້ວມ ແລະ ດິນພູເຈື່ອນ. ມາຮອດວັນທີ 8 ກັນຍານີ້ ມີຜູ້ເສຍຊີວິດແລ້ວ 14 ຄົນ ແລະ ອີກ 176 ຄົນໄດ້ຮັບບາດເຈັບຢູ່ຫວຽດນາມ.
ວັນທີ 8 ກັນຍານີ້,ຂ່າວສານຫວຽດນາມໄດ້ນຳເອົາຂ່າວຈາກກະຊວງກະສິກຳ ແລະ ຊົນນະບົດຫວຽດນາມໂດຍລາຍງານວ່າ: ປັດຈຸບັນ, ເນື້ອທີ່ນາເຂົ້າ ແລະ ພືດກະສິກຳອື່ນໆທີ່ປະສົບໄພນ້ຳຖ້ວມບັນລຸເຖິງ 121.500 ເຮັກຕາ, ເຮືອນ 3.279 ຫຼັງໄດ້ຮັບຄວາມເສຍຫາຍ ແລະ ເສົາໄຟຟ້າ 401 ຕົ້ນຫັກ. ຢູ່ຫຼາຍແຫ່ງຂອງຫວຽດນາມ ເຊັ່ນ: ແຂວງກວາງນີນ,ແຂວງໄຮດຸງ, ແຂວງໄຮຟອງ ແລະ ນະຄອນຫຼວງຮ່າໂນ້ຍເປັນຕົ້ນ, ຢູ່ຕາມຖະໜົນທາງຫຼາຍສາຍມີຕົ້ນໄມ້ຫັກ ຫຼື ລົ້ມຍ້ອນພາຍຸ.
ວັນທີ 7 ກັນຍານີ້,ກະຊວງກະສິກຳ ແລະ ຊົນນະບົດຫວຽດ ນາມ ແຈ້ງໃຫ້ຮູ້ວ່າະ ຢາກິ ເປັນພາຍຸຮ້າຍແຮງທີ່ສຸດທີ່ພັດເຂົ້າຫວຽດນາມໃນຮອບເກືອບ 30 ປີມານີ້.
ແຕ່ວັນທີ 8 ຫາວັນທີ 9 ກັນຍານີ້, ພາຍຸໄຕ້ຝຸ່ນຢາກິຍັງຈະສືບຕໍ່ຢູ່ພາກເໜືອຫວຽດນາມ ແລະເຮັດໃຫ້ເກີດມີຝົນຕົກແຮງຢ່າງຕໍ່ເນື່ອງ.





