ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຝຶກຊ້ອມການຂັບຂີ່ລົດວິຊາສະເພາະ ປ້ອງກັນເປີດທາງກຽມ ພ້ອມຮັບໃຊ້ກອງປະຊຸມສຸດຍອດອາຊຽນ

Sep 12, 2024

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຈັດພິທີເປີດການຝຶກຊ້ອມການຂັບຂີ່ລົດວິຊາສະເພາະ ປ້ອງກັນເປີດທາງ ໃຫ້ກໍາລັງກົມຕໍາຫຼວດຈະລາຈອນ ເພື່ອກຽມຄວາມພ້ອມປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ໃນລະຫວ່າງວັນທີ 10-15 ກັນຍາ 2024 ໂດຍມີ ພົຈວ ປອ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ- ຄະນະກົມ, ຄະນະຮັບຜິດຊອບຊີ້ນໍາ, ຄູຝຶກ ແລະ ຜູ້ຂັບຂີ່ຝຶກຊ້ອມ ເຂົ້າຮ່ວມ.
ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວວ່າ: ການຝຶກຊ້ອມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານນັກ-ນັກຮົບ ຜູ້ທີ່ຂັບຂີ່ລົດປ້ອງກັນເປີດທາງ ໃຫ້ຂະບວນແຂກ, ການນໍາຂັ້ນສູງພາຍໃນ ແລະ ຕ່າງປະເທດ, ໃຫ້ມີຄວາມຊຳນິຊຳນານ, ຖືກຕ້ອງຕາມເຕັກນິກຂອງການຂັບຂີ່ ເພື່ອຮັບປະກັນໄດ້ຄວາມປອດໄພໃນການສັນຈອນ, ຮັບຮູ້ ແລະ ກໍາແໜ້ນບັນດາເສັ້ນທາງ, ເປັນຕົ້ນເສັ້ນທາງຫຼັກ, ເສັ້ນທາງສຳຮອງ ແລະ ເສັ້ນທາງສຸກເສີນ ເພື່ອແກ້ໄຂບັນຫາ ໃນກໍລະນີມີເຫດການສຸກເສີນເກີດຂຶ້ນ, ເພື່ອປະຕິ ບັດໜ້າທີ່ວຽກງານປ້ອງກັນເປີດທາງ ໃຫ້ຖືກຕ້ອງ ແລະ ສອດ ຄ່ອງຕາມເສັ້ນທາງເດີນລົດຂອງຂະບວນການນໍາ, ແຂກພາຍໃນ ແລະ ຕ່າງປະເທດ ຢ່າງລະອຽດ, ກ່ອນປະຕິບັດໜ້າທີ່ແຕ່ສະ ໜາມບິນສາກົນວັດໄຕ ຫາ ສະຖານທີ່ປະຊຸມ, ສະຖານທີ່ພັກເຊົາ, ໂຮງແຮມ, ສະຖານທູດ, ສຳນັກງານອົງການ ແລະ ຈຸດສະຖານທີ່ອື່ນໆ ທີ່ຂະບວນແຂກຈະເດີນທາງໄປ, ເຮັດໃຫ້ຮູ້ການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນກໍລະນີທີ່ມີລົດຕັດໜ້າທີ່ຂະບວນ ຫຼື ແລ່ນຕາມຫຼັງຂະບວນ, ທີ່ມີອຸບັດຕິເຫດ ແລະ ມີກໍລະນີສິ່ງກີດຂວາງເສັ້ນທາງເດີນລົດ ເພື່ອເຮັດໜ້າທີ່ແກ້ໄຂໃຫ້ທັນເຫດການ ແລະ ວ່ອງໄວ, ແນ່ໃສ່ເຮັດໃຫ້ການປ້ອງກັນເປີດທາງໃນຄັ້ງນີ້ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.
ການຝຶກຊ້ອມຄັ້ງນີ້, ມີຈໍານວນພົນເຂົ້າຮ່ວມທັງໝົດ 180 ສະຫາຍ, ນໍາໃຊ້ພາຫະນະທັງໝົດເຂົ້າໃນການຝຶກຊ້ອມ ຈໍານວນ 50 ຄັນ. ໃນນີ້, ລົດເກັ່ງສະຫຼາມໄຟຟ້າ ຈໍານວນ 5 ຄັນ, ລົດເກັງສະຫຼາມ ຈໍານວນ 5 ຄັນ, ລົດໂມໂຕເປີດທາງ ຈໍານວນ 40 ຄັນ, ກໍານົດເວລາ ຈໍານວນ 6 ວັນ, ຂຶ້ນຜ່ານເອກະສານທາງດ້ານທິດ ສະດີ1 ວັນ, ຝຶກອົບຮົມຂັບຂີ່ຕົວຈິງ ຢູ່ເດີ່ນພຣະທາດຫຼວງ ເຕັກນິກລະບົບໄຟ, ການຂັບຂີ່ລົດຫຼົບຫຼີກສິ່ງກີດຂວາງ, ການຂັບຂີ່ລົດຊົງໂຕ ແລະ ອື່ນໆ ທີ່ພົວພັນໃນການຂັບຂີ່ 5 ວັນ ແລະ ຂັບຂີ່ທົດລອງຕາມເສັ້ນທາງຫຼັກ 1 ວັນ.
ພາບ-ຂ່າວ: ແກ້ວ ອຸເພັດ