ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຝຶກຊ້ອມວິຊາບັນຊາເສນາຮັກພາກສົງຄາມໃຫ້ນັກສຶກສາ.

Jan 21, 2025

ຝຶກຊ້ອມວິຊາບັນຊາເສນາຮັກພາກສົງຄາມໃຫ້ນັກສຶກສາ.
ວັນທີ 17 ມັງກອນ 2025 ນີ້, ວິທະຍາຄານການແພດກອງທັບ ໄດ້ຫັດແອບຝຶກຊ້ອມວິຊາບັນຊາເສນາຮັກພາກສົງຄາມໃຫ້ນັກສຶກສາແພດປະລິນຍາຕີ ຊຸດທີ 6 ຢູ່ສະໜາມຝືກຊ້ອມ ບ້ານທ່າດິນແດງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ, ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີບັນດາສະຫາຍຄະນະພັກ – ຄະນະອໍານວຍການ, ພະນັກງານຄູ-ອາຈານ, ນັກສຶກສາວິທະຍາຄານການແພດກອງທັບ, ນັກສຶກສາແພດປະລິນຍາຕີ ຊຸດທີ 6 ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຮອງສາດສະດາຈານ ປະລິນຍາເອກ ຈັນສະໝອນ ມະຫາວົງ, ຫົວໜ້າການທະຫານວິທະຍາຄານການແພດກອງທັບໄດ້ກ່າວວ່າ: ການຈັດຕັ້ງຝືກຊ້ອມໃນຄັ້ງນີ້, ໂດຍປະຕິບັດຕາມຫຼັກສູດອົບຮົມການແພດທະຫານຂັ້ນປະລິນຍາຕີ ແລະ ຫຼັກສູດບໍາລຸງບັນຊາເສນາຮັກ ຂັ້ນກອງພັນໃຫຍ່ ຂອງວິທະຍາຄານການແພດກອງທັບ ແນໃສ່ສ້າງແບບແຜນຈັດຕັ້ງ ແລະ ບັນຊາກໍາລັງເສນາຮັກ ໃຫ້ມີຄວາມເປັນເອກະພາບ ບົນພື້ນຖານວິທະຍາສາດການທະຫານ ແລະ ວິທະຍາສາດການແພດ, ຈັດຕັ້ງການຮໍ່າຮຽນທິດສະດີ ແລະ ການຫັດແອບທັງພາກສະໜາມຕົວຈິງ, ເນື້ອໃນຂອງການຫັດແອບແມ່ນຜັນຂະຫຍາຍຮູບແຖວການກອບກູ້ປິ່ນປົວຕາມບັນໃດກອບກູ້ປິ່ນປົວຂັ້ນຍຸດທະສາດ-ຍຸດທະວິທີ ເຊີ່ງລວມມີ 3 ຂັ້ນສະໜາມເສນາຮັກຄື: ຂັ້ນກອງຮ້ອຍ, ຂັ້ນກອງພັນນ້ອຍ ແລະ ຂັ້ນກອງພັນໃຫຍ່, ແນໃສ່ເຮັດໃຫ້ນັກສຶກສາມີຄວາມເຂັ້ມແຂງທາງດ້ານການແພດ ແລະ ກຽມພ້ອມປະຕິບັດໜ້າທີ່ໃນທຸກກໍລະນີທີ່ຈະເກີດຂຶ້ນ, ພ້ອມທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ມີຄວາມຫ້າວຫັນວ່ອງໄວ, ມີໄຫວພິບຄ່ອງແຄ້ວ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ພ້ອມທັງຮຽກຮ້ອງໃຫ້ນັກສຶກສາແຕ່ລະສະຫາຍ ຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍບັນດາເນື້ອໃນບົດຮຽນທີ່ໄດ້ຝຶກຊ້ອມໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງຂອງກົມກອງຕົນໃຫ້ເກີດດອກອອກຜົນສູງ.