ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຝຶກອົບຮົມການຈັດຈຳແນກປະເພດຕະຫຼາດເຂົ້າ ເພື່ອສົ່ງເສີມແນວພັນເຂົ້າໃນ 9 ແຂວງ

Apr 26, 2025

ກອງປະຊຸມຝຶກອົບຮົມ ການຈັດຈຳແນກປະເພດຕະຫຼາດເຂົ້າ ເພື່ອເປັນທິດທາງໃນການສົ່ງເສີມແນວພັນເຂົ້າ ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2025 ທີ່ນະຄອນຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ສົມນຶກ ສຸວັດ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພຶດເສດຖະກິດ ກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ນາງ ມາຣີ ຈີນດູ (Mary Jean Du) ຜູ້ຊ່ຽວຊານ ແລະ ຫົວໜ້າ ດ້ານວຽກງານປັບປຸງພັນເຂົ້າອາຊີຕາເວັນອອກສ່ຽງໃຕ້ ສະຖາບັນຄົ້ນຄວ້າເຂົ້ານາໆຊາດ ພ້ອມດ້ວຍສຳມະນາກອນຕາງໜ້າຈາກ ພະແນກກະສິກຳ ແລະ ປ່າໄມ້ 9 ແຂວງ ໃນສປປ ລາວ.
ການຝຶກອົບຮົມໃນຄັ້ງນີ້, ມີເປົ່້າໝາຍໃນການກວດສອບຂໍ້ມູນພື້ນທີ່ຈະໄດ້ເກັບກຳຈາກພາກສ່ວນກ່ຽວຂ້ອງ ກັບພາກສ່ວນຕະຫຼາດເຂົ້າເປັນບູລິມະສິດໃນ ສປປ ລາວ, ກວດສອບຂໍ້ມູນທີ່ກ່ຽວຂ້ອງກັບພາກສ່ວນຕະຫຼາດເຂົ້າ ທີ່ເປັນບູລິມະສິດໃນແຕ່ລະແຂວງ ເພື່ອວາງຍຸດທະສາດການຈັດວາງແນວພັນ ແລະ ຂະຫຍາຍແນວພັນເຂົ້າໃຫ້ເໝາະສົມ ແລະ ກວດສອບຄຸນລັກສະນະບູລິມະສິດຂອງການພັດທະນາແນວຄວາມຄິດ ກ່ຽວກັບການຜະລິດແນວພັນເຂົ້າແຫ່ງຊາດ ໃຫ້ຖືກຕາມເປົ້າໝາຍຫຼາຍຂຶ້ນ. ຊຶ່ງຜູ້ເຂົ້າຮ່ວມທັງ 9 ແຂວງຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ຫຼວງນ້ຳທາ, ຊຽງຂວາງ, ຫົວພັນ, ອຸດົມໄຊ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ;
ການຈັດຕັ້ງປະຕິບັດໂຄງການປັບປຸງພັນເຂົ້ານີ້ ແມ່ນຂຶ້ນກັບຫຼາຍປັດໄຈທີ່ກ່ຽວຂ້ອງ ເຊັ່ນ: ຄວາມແຕກຕ່າງຂອງລະບົບນິເວດ, ໄລຍະການສຸກແກ່, ວິທີການປູກ, ຄວາມກົດດັນທາງດ້ານຊີວະວິທະຍາ ແລະ ຊີວະພາບ ຈາກສິ່ງທີ່ມີຊີວິດ ແລະ ບໍ່ມີຊີວິດ, ຄວາມຕ້ອງການຂອງຕະຫຼາດ ແລະ ແນວໂນ້ມຄວາມມັກ ຄວາມຕ້ອງການຂອງຜູ້ບໍລິໂພກ, ເປົ້າໝາຍຂອງຊາວກະສິກອນຜູ້ຜະລິດເຂົ້າ ທີ່ຫຼາກຫຼາຍ ຈໍາເປັນຈະຕ້ອງໄດ້ມີການກໍານົດ ດ້ານຕະຫຼາດເປົ້າໝາຍ, ຂະໜາດ ແລະ ຄວາມເປັນໄປໄດ້ ຂອງຜົນກະທົບຕໍ່ການຜະລິດ ໃຫ້ຊັດເຈນ ເພື່ອຮັບປະກັນກ່ຽວກັບການຄົ້ນຄວ້າ ແລະ ນຳໃຊ້ແນວພັນເຂົ້າຢ່າງມີປະສິດທິພາບ, ຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບພາກສ່ວນຕະຫຼາດ ແລະ ທ່າແຮງຜົນກະທົບ ຈະຊ່ວຍໃຫ້ການກຳນົດຄວາມຕ້ອງຂອງພາກສ່ວນຕະຫຼາດເປົ້າໝາຍໄດ້ດີຂຶ້ນ.
ຂ່າວ-ພາບ: ວັນຄຳ ດວງໃຈ
May be an image of 11 people, hospital and text