ຝຶກອົບຮົມການປັບປຸງການເຊື່ອມໂຍງ ແລະ ການສົ່ງເສີມອຸດສາຫະກຳທ້ອງຖິ່ນ.
ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ຮ່ວມກັບສະມາຄົມຮ່ວມມືທາງວິຊາການ ແລະ ການພັດທະນາທີ່ຍືນຍົງ ລະຫວ່າງປະເທດ (AOTS) ແຫ່ງປະເທດຍີ່ປຸ່ນ ໄດ້ຈັດຊຸດຝຶກອົບຮົມ ການປັບປຸງການເຊື່ອມໂຍງ ແລະ ການສົ່ງເສີມອຸດສາຫະກຳທ້ອງຖີ່ນ ຂຶ້ນໃນວັນ 28 ພະຈິກ 2024 ທີ່ ສຄອຊ ເປັນປະທານຂອງ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ນາງ ວາຕານາເບະ ໂທໂມະ ຜູ້ຊ່ວຍ ຜູ້ຈັດການພະແນກ ສົ່ງເສີມການຄ້າ (AOTS)ເຂົ້າຮ່ວມ (ຜ່ານລະບົບອອນລາຍ) ມີທ່ານ ສາສະດາຈານ ດຣ. ໂມໂຕະໂຢຊິ ຊູຊູກິ ມີຜູ້ປະກອບການເຂົ້າຮ່ວມ.

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ ກ່າວວ່າ: ໂຄງການຝຶກອົບຮົມຂອງ AOTS ກ່ຽວກັບ “ການປັບປຸງ ການເຊື່ອມໂຍງ ແລະ ສົ່ງເສີມອຸດສາຫະກຳທ້ອງຖິ່ນ” ໂດຍວັດຂຶ້ນຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະມາຄົມຮ່ວມມືທາງວິຊາການ ແລະ ການພັດທະນາທີ່ຍືນຍົງ ລະຫວ່າງປະເທດ (AOTS) ແຫ່ງປະເທດຍີ່ປຸ່ນ.
ການຝຶກອົບຮົມຄັ້ງນີ້ ເປັນໂອກາດດີໃກ້ສໍາມະນາກອນໄດ້ມາເຕົ້າໂຮມກັນ ແລະ ເພື່ອສຳຫຼວດ ແລະ ທຳຄວາມເຂົ້າໃຈກ່ຽວກັບຍຸດທະສາດໃນການເສີມສ້າງການເຊື່ອມໂຍງ, ສົ່ງເສີມອຸດສາຫະກຳທ້ອງຖິ່ນ, ແລະ ແກ້ໄຂຄວາມທ້າທາຍທາງດ້ານເສດຖະກິດອັນສຳຄັນທີ່ພວກເຮົາກຳລັງປະເຊີນຢູ່. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງໃນປີ 1959 AOTS ໄດ້ເປັນຜູ້ນຳລະດັບໂລກທາງດ້ານການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງອຸດສາຫະກຳ ແລະ ສະໜັບສະໜູນຄວາມຮ່ວມມືລະຫວ່າງປະເທດ. ດ້ວຍຈໍານວນຜູ້ເຂົ້າຮັບການຝຶກອົບຮົມຫຼາຍກວ່າ 460,000 ຄົນຈາກ 170 ປະເທດ, AOTS ຖືກມອບໝາຍໃຫ້ເປັນເສົາຫຼັກດ້ານຄວາມຊ່ຽວຊານທາງເທັກນິກ ແລະ ການຄຸ້ມຄອງບໍລິຫານທົ່ວໂລກ. ການວັດຕັ້ງສະມາຄົມສິດເກົ່າ 74 ແຫ່ງໃນ 45 ປະເທດ ສະທ້ອນໃຫ້ເຫັນເຖິງຄວາມສຳເລັດໃນການສ້າງຄວາມຮ່ວມມືທີ່ຍືນຢົງ.
ການຝຶກອົບຮົມຈະກິດຈະກຳໃນຫຼາຍຫົວຂໍ້ທີ່ສຳຄັນດັ່ງນີ້: ສະພາບເສດຖະກິດຂອງລາວ ກ່ອນ ແລະ ຫຼັງ ໂຄວິດ-19; ວິວັດທະນາການ ແລະຄວາມກ້າວໜ້າຂອງເຂດເສດຖະກິດພິເສດ (SEZs); ຍຸດທະສາດໃນການສົ່ງເສີມການລົງທຶນຈາກຕ່າງປະເທດການເພີ່ມປະສິດທິພາບຄວາມເຊື່ອມໂຍງ ແລະ ສົ່ງເສີມການພັດທະນາອຸດສາຫະກຳທ້ອງຖິ່ນ; ການແກ້ໄຂບັນຫາເສດຖະກິດມະຫາພາກ ລວມທັງການສຳຮອງເງິນຕາຕ່າງປະເທດ, ອັດຕາເງິນເຟີ້, ແລະ ຄວາມຜັນຜວນຂອງອັດຕາແລກປ່ຽນ.
ໂຄງການນີ້ ຍັງເປັນໂອກາດສຳຄັນສຳລັບທຸລະກິດລາວ ໃນການໃຊ້ປະໂຫຍດຈາກບົດຮຽນທີ່ໄດ້ຮັບຈາກຄວາມຊ່ຽວຊານ ແລະ ຜົນສໍາເລັດຂອງປະເທດຍີ່ປຸ່ນໃນການສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດ ຜ່ານການເຊື່ອມໂຍງທາງຍຸດທະສາດ ແລະ ການອຸດສາຫະກຳດ້ວຍການປະສານສົມທົບບົດຮຽນເຫຼົ່ານີ້ ເຂົ້າກັບເສັ້ນທາງການພັດທະນາຂອງຕົນເອງ, ພວກເຮົາສາມາດຍົກລະດັບບົດບາດຂອງ ສປປ ລາວ ພາຍໃນພູມີພາກ ແລະ ສາກົນໄດ້.





