ເມື່ອບໍ່ດົນມານີ້, ທີ່ແຂວງຫລວງນໍ້າທາ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບ ກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລແຫ່ງ ຊາດ, ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ແລະ ອົງການອຸຍນີເຊບ ປະຈຳ ສປປ ລາວ ຈັດຝຶກອົບຮົມອາສາສະໝັກສິນໄຊ ຊ່ວຍເຫດສຸກເສີນ ເພື່ອສົ່ງເສີມທັກສະໃຫ້ກັບອາສາສະໝັກໄວໜຸ່ມ ຢູ່ແຂວງຫລວງນ້ຳທາ ເພື່ອຕອບສະໜອງຕໍ່ກັບໄພພິບັດ ທີ່ເກີດຈາກດິນຟ້າອາກາດ ໃຫ້ມີປະສິດທິພາບຫລາຍຂຶ້ນ.
ທ່ານ ນວນທອງ ສຸວັນວິໄຊ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ໃຫ້ຮູ້ວ່າ: ການເສີມສ້າງທັກສະໃນການຮັບມືກັບໄພພິບັດ ແລະ ການປັບຕົວເຂົ້າກັບດິນຟ້າອາກາດໃຫ້ແກ່ໄວໜຸ່ມ ຈະຊ່ວຍໃຫ້ຊຸມຊົນມີຄວາມ ເຂັ້ມແຂງ ແລະ ແຂງແຮງຂຶ້ນ. ການຝຶກອົບຮົມດັ່ງກ່າວ, ຈະສ້າງຄວາມອາດສາມາດໃຫ້ແກ່ອາສາສະໝັກ 31 ຄົນຈາກ 5 ເມືອງທີ່ມີຄວາມສ່ຽງສູງ ໂດຍຜ່ານຄໍາແນະນໍາການກະກຽມພ້ອມຮັບມືກັບໄພພິບັດ, ການປະຖົມພະຍາບານເບື້ອງຕົ້ນ ແລະ ການຊ່ວຍເຫລືອດ້ານສຸຂະພາບຈິດ. ຈາກນັ້ນ, ອາສາສະໝັກຈະສືບຕໍ່ດໍາເນີນກິດຈະກໍາເຜີຍແຜ່ໃຫ້ຊຸມຊົນ 1.200 ກວ່າຄົນ ເຊິ່ງແຂວງຫລວງນ້ຳທາ ເປັນໜຶ່ງໃນແຂວງທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດຈາກພາຍຸ ຢາກິ ໃນປີທີ່ຜ່ານມາ, ສົ່ງຜົນກະທົບຕໍ່ປະຊາຊົນຫລາຍກວ່າ 250.000 ຄົນໃນທົ່ວປະເທດ.






