ກອງປະຊຸມຝຶກອົບຮົມແນະນຳວິທີວິທະຍາການຂຽນສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ, ຈັດຂຶ້ນທີ່ສະພາທິດສະດີສູນກາງພັກ(ສທພ)ໃນວັນທີ 4 ທັນວາ 2024 ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ມີຜູ້ເຂົ້າຮ່ວມທັງໝົດ 60 ກວ່າຄົນ, ຍິງ 12 ຄົນ.
ອີງຕາມມະຕິຕົກລົງ ຂອງຄະນະບໍລິຫານງານສູນກາງພັກ, ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະຫຼຸບ 40 ປີ ແຫ່ງການ ປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026), ສະບັບເລກທີ 01/ຄບສພ, ລົງວັນທີ 6/3/2024;ອີງຕາມກອງປະຊຸມລາຍ ງານຄວາມຄືບໜ້າໃນການສະຫຼຸບ 40 ປີປ່ຽນແປງໃໝ່ ແລະ ທິດຊີ້ນຳຜູ້ປະຈຳການຄະນະເລຂາທິການສູນກາງພັກຄັ້ງວັນທີ 15 ພະຈິກ 2024ໂດຍສະເພາະການຈັດຕັ້ງກອງປະຊຸມຝຶກອົບຮົມວິທີວິທະຍາໃນການຂຽນຕົວຈິງ ເພື່ອໃຫ້ທັນກັບກຳນົດເວລາ ຂອງແຜນການດຳເນີນງານທີ່ວາງໄວ້.
ຊຸດຝຶກອົບຮົມດັ່ງກ່າວ, ຜູ້ຕ່າງໜ້າຄະນະຮັບຜິດຊອບແຕ່ລະຂົງເຂດໄດ້ຮັບຟັງກ່ຽວກັບຄວາມສໍາຄັນ ຂອງວິທີວິທະຍາໃນການຂຽນຕົວຈິງ ເພື່ອໃຫ້ມີຄວາມສອດຄ່ອງກັບຈຸດປະສົງ, ຄາດໝາຍ ຂອງເນື້ອໃນໂຄງຮ່າງທີ່ກຳນົດໄວ້ ແລະເນື້ອໃນສຳຄັນ ຂອງແນວທາງປ່ຽນແປງໃໝ່ ຮອບດ້ານມີຫຼັກການຂອງພັກເຊິ່ງແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເປັນເຂັມ ທິດຊີ້ນໍາໃຫ້ແກ່ພາລະກິດປົກປັກຮັກສາ ແລະສ້າງສາປະເທດຊາດໃນໄລຍະໃໝ່; ເປັນການທົບຄວນຄືນການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ ແລະ ຕີລາຄາການຈັດຕັ້ງຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ໃນຕົວຈິງ, ທັງຢັ້ງຢືນຜົນງານ, ທັງກ້າປ່ຽນແປງຂໍ້ບົກພ່ອງທາງດ້ານທິດສະດີ ແລະ ພຶດຕິກາ ຂອງພັກ ແລະ ຖອດເປັນບົດຮຽນ ໃນໄລຍະຜ່ານມາ.ນອກຈາກນັ້ນ, ການສະຫຼຸບ 40 ປີ ຍັງເປັນໜຶ່ງໃນບັນດາເນື້ອໃນສໍາຄັນທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ດັ່ງນັ້ນ, ການສະຫຼຸບແນວທາງປ່ຽນແປງໃໝ່ແຕ່ລະຂົງເຂດຕ້ອງໄດ້ຢຶດໝັ້ນຕາມ 6 ຫຼັກການຄື:1/ຢຶດໝັ້ນຈຸດຫມາຍສັງຄົມນິຍົມ; 2/ຢຶດໝັ້ນລັດທິມາກ-ເລນິນ ແລະໝູນໃຊ້ຢ່າງປະດິດສ້າງ, ສອດຄ່ອງກັບຈຸດພິເສດ ຂອງປະເທດເຮົາ; 3/ຢຶດໝັ້ນໃນການນໍາພາຂອງພັກ,ເພີ່ມທະວີຄວາມສາມັກຄີເປັນເອກະ ພາບພາຍໃນພັກບົນພື້ນຖານຫຼັກການລວມສູນປະຊາທິປະໄຕແລະແນວທາງຂອງພັກ; 4/ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ສ້າງກໍາລັງສາມັກຄີທົ່ວປວງຊົນ ແລະ ຄວາມເປັນປຶກແຜ່ນຂອງຊາດລາວເອກະພາບ; 5/ເພີ່ມທະວີຄວາມສັກສິດ ຂອງລະບົບອໍານາດປະຊາທິປະໄຕ ປະຊາຊົນ, ອີງໃສ່ກໍາລັງແຮງຂອງປະຊາຊົນ ແລະ ເພື່ອປະຊາຊົນ, ຕ້ານປະກົດການພະຍາດອາດຍາສິດທຸກຮູບແບບແລະ6/ເຊີດຊູຈິດໃຈເອກະລາດ ເປັນເຈົ້າຕົນເອງ, ສົມທົບກໍາລັງແຮງຂອງຍຸກສະໄໝ.
ຂ່າວ-ພາບ:ພູວຽງຄຳ




