ພຣະທາດໂຜ່ນ ແຫລ່ງທ່ອງທ່ຽວສໍາຄັນທີ່ດຶງດູດນັກທ່ອງທ່ຽວຢູ່ແຂວງສະຫວັນນະເຂດ

ພຣະທາດໂຜ່ນ ເປັນໜຶ່ງໃນກິດຈະກຳ 3 ໄຫວ້ ຄື: ໄຫວ້ພະທາດອີງຮັງ, ພະທາດໂຜ່ນ ແລະ ຫໍໄຕປີດົກໃນການທ່ອງທ່ຽວແຂວງສະຫວັນນະເຂດ ຊື່ງອົງການປົກຄອງແຂວງມີແຜນຈະຍົກລະດັບພະທາດໂຜ່ນຂື້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນທ້າຍປີນີ້.
ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວແຂວງ ສະຫວັນນະເຂດ ໃຫ້ສໍາພາດວ່າ: ປັດຈຸບັນອົງການປົກຄອງແຂວງພວມປະສານສົມທົບກັບກົມມໍລະດົກ ກໍ່ຄືກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງ ທ່ຽວ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຍົກລະດັບພະທາດໂຜ່ນຂື້ນເປັນມໍລະດົກແຫ່ງຊາດ ເນື່ອງຈາກພະທາດແຫ່ງນີ້ມີຄວາມສໍາຄັນ ແລະ ສ້າງຂື້ນພ້ອມໆກັບພະທາດອີງຮັງ ນອກຈາກມີຕຳນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພຣະທາດສັກສິດ, ປັດຈຸບັນຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວເປັນຈໍານວນຫລາຍ ແລະສ້າງລາຍຮັບໄດ້ 200 ລ້ານກີບຕໍ່ເດືອນ.
ພຣະທາດໂຜ່ນ ຕັ້ງຢູ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເປັນພຣະທາດທີ່ມີຊື່ສຽງທາງດ້ານຄວາມສະຫງ່າງາມຂອງໂຄງສ້າງ, ເປັນສະຖານທີ່ຍຶດໜ່ຽວຈິດໃຈຂອງຊາວພຸດເປັນເວລາ ຫຼາຍພັນປີມາແລ້ວ ພຣະທາດໂຜ່ນຍັງເປັນແຫຼ່ງທ່ອງທ່ຽວທາງດ້ານປູຊະນີຍະສະຖານແຫ່ງໜຶ່ງທີ່ສໍາຄັນ ທີ່ປະຊາຊົນຊາວເມືອງໄຊພູທອງ ກໍ່ຄືຊາວແຂວງສະຫວັນນະເຂດ ໃຫ້ຄວາມເຄົາລົບນັບຖືເປັນບ່ອນກາບໄຫວ້, ສັກກະລະບູຊາ ຖືວ່າເປັນສະຖານທີ່ບູຮານໜຶ່ງ ທີ່ຈັດຢູ່ໃນປະເພດປູຊະນີຍະສະຖານ ທີ່ມີຄວາມໂດດເດັ່ນ, ເຊິ່ງມີຄຸນຄ່າສໍາຄັນທາງປະຫວັດສາດ, ທາງດ້ານວັດທະນະທໍາ, ສິລະປະ, ສະຖາປັດຕະຍະກໍາທີ່ເປັນເອກະລັກ, ສາສະໜາ, ບູຮານຄະດີ ແລະ ອື່ນໆ. ສິລະປະທີ່ເປັນເອກະລັກສະ ເພາະແບບຂອມທີ່ຍັງຄົງສະພາບໄວ້ ເຊີ່ງຊາວພຸດສ່ວນໃຫຍ່ຈະພາກັນໄປກາບໄຫວ້ບູຊາຂໍພອນ ແລະ ຖວາຍເຄື່ອງບູຊາຕ່າງໆຫຼາຍຄົນເຊື່ອວ່າຈະສົມປາຖະໜາ ແລະ ໃຫ້ຄອບຄົວຢູ່ດີມີສຸກ.
Cr: ຈັນທະສອນ ສີຫານາດ






