ພຣະທາດໂຜ່ນ ຕັ້ງຢູ່ບ້ານໂພນທາດ ເມືອງໄຊພູທອງ ແຂວງສະຫວັນນະເຂດ ຊຶ່ງນອນຢູ່ໃນກິດຈະກຳ 3 ໄຫວ້ ໃນເມື່ອເຂົ້າມາທ່ຽວທີ່ແຂວງສະຫວັນນະເຂດ ນັກທ່ອງທ່ຽວບໍ່ຄວນພາດໂອກາດທີ່ຈະໄປກາບໄຫວ້ຂໍພອນຈາກພຣະທາດອົງສັກສິດແຫ່ງນີ້. ພຣະທາດໂຜ່ນເປັນພຣະທາດທີ່ມີຊື່ສຽງທາງດ້ານຄວາມ ສະຫງ່າງາມຂອງໂຄງສ້າງ, ເປັນສະຖານທີ່ຍຶດໜ່ຽວຈິດໃຈຂອງຊາວພຸດເປັນເວລາ ຫຼາຍພັນປີມາແລ້ວ ພຣະທາດໂຜ່ນ ເປັນແຫຼ່ງທ່ອງທ່ຽວທາງດ້ານປູຊະນີຍະສະຖານແຫ່ງໜຶ່ງທີ່ສໍາຄັນ ທີ່ປະຊາຊົນຊາວເມືອງໄຊພູທອງ ກໍ່ຄືຊາວແຂວງສະຫວັນນະເຂດ ໃຫ້ຄວາມເຄົາລົບນັບຖືເປັນບ່ອນກາບໄຫວ້, ສັກກະລະບູຊາ ຖືວ່າເປັນສະຖານທີ່ບູຮານໜຶ່ງ ທີ່ຈັດຢູ່ໃນປະເພດປູຊະນີຍະສະຖານ ທີ່ມີຄວາມໂດດເດັ່ນ, ເຊິ່ງມີຄຸນຄ່າສໍາຄັນທາງປະຫວັດສາດ, ທາງດ້ານວັດທະນະທໍາ, ສິລະປະ, ສະຖາປັດຕະຍະກໍາທີ່ເປັນເອກະລັກ, ສາສະໜາ, ບູຮານຄະດີ ແລະ ອື່ນໆ. ສິລະປະທີ່ເປັນເອກະລັກສະເພາະແບບຂອມທີ່ຍັງຄົງສະພາບໄວ້ ເຊີ່ງຊາວພຸດ ສ່ວນໃຫຍ່ຈະພາກັນໄປກາບໄຫວ້ບູຊາຂໍພອນ ແລະ ຖວາຍເຄື່ອງບູຊາຕ່າງໆຫຼາຍຄົນເຊື່ອວ່າຈະສົມປາຖະໜາ ແລະ ໃຫ້ຄອບຄົວຢູ່ດີມີສຸກ.
ທ່ານ ສີວິໄລ ຟອງບຸດດີ ຮອງນາຍບ້ານໂພນທາດໄດ້ໃຫ້ສຳ ພາດວ່າ: ພຣະທາດໂຜ່ນແຫ່ງນີ້ ນອກຈາກຈະມີຕຳນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພຣະທາດສັກສິດ, ປັດຈຸບັນຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ຊຶ່ງໃນໄລຍະກ່ອນເກີດມີການລະບາດຂອງພະຍາດໂຄວິດ 19 ແມ່ນໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວພາຍໃນວັດພຣະທາດໂຜ່ນແຫ່ງນີ້ເປັນຈຳນວນຫຼວງຫຼາຍສະເລ່ຍ 4 ແສນ ຫາ 5 ແສນຄົນຕໍ່ປີ ຊຶ່ງເປັນການສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ກັບປະຊາ ຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງເປັນຈຳນວນບໍ່ໜ້ອຍ, ແຕ່ຕົກມາໃນໄລຍະປີ 2020 – 2023 ເຫັນວ່າຈຳນວນນັກທ່ອງທ່ຽວແມ່ນຫຼຸດລົງເປັນຈຳນວນຫຼາຍ.
ື ແຕ່ພາຍຫຼັງທີ່ລັດຖະບານໄດ້ເປີດປີທ່ອງທ່ຽວລາວ 2024 ເຫັນວ່າບັນຍາກາດການທ່ອງ ທ່ຽວໄດ້ກັບມາຟົດຟື້ນອີກຄັ້ງໃໝ່ ແຕ່ເມື່ອທຽບໃສ່ຈຳນວນນັກທ່ອງທ່ຽວໃນໄລຍະແຕ່ 4 ປີຄືນຫຼັງເຫັນວ່າຍັງບໍ່ທັນຫຼາຍເທົ່າເມື່ອກ່ອນ. ແຕ່ເຖິງຢ່າງໃດກໍ່ຕາມທາງອຳນາດການປົກຄອງບ້ານ, ການນຳຂອງເມືອງ, ຂອງແຂວງກໍ່ຍັງໄດ້ມີແຜນທີ່ຈະຟື້ນຟູປັບປຸງແຫຼ່ງທ່ອງທ່ຽວວັດພຣະທາດໂຜ່ນຄືນໃໝ່ເປັນຕົ້ນແມ່ນພື້ນ ຖານໂຄງລ່າງ, ການຈັດສັນສະຖານທີ່ຈອດລົດ, ຈັດສັນຮ້ານຄ້າ, ປັບປຸງໃນເລື່ອງການບໍລິການ, ການ ຮັກສາຄວາມສະອາດ, ລວມທັງກິດຈະກຳອື່ນໆ ເພື່ອເປັນການຮອງຮັບນັກທ່ອງທ່ຽວໃຫ້ໄດ້ຕາມຄຸນນະພາບສະອາດ ແລະ ສີຂຽວ. ພ້ອມນີ້ ທ່ານ ສີວິໄລ ຟອງບຸດດີ ຮອງນາຍບ້ານໂພນທາດ ກໍ່ຍັງໄດ້ຖືໂອກາດນີ້ເຊີນຊວນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວວັດພຣະທາດໂຜ່ນໃຫ້ຫຼາຍຂຶ້ນ.
ທີ່ມາ: Media Laos







