ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕາມການລາຍງານ ຂອງຫ້ອງການແຮງ ງານ ແລະ ສະຫວັດດີການສັງຄົມ (ຄະນະຄຸ້ມຄອງໄພພິບັດນະຄອນປາກເຊ ແຂວງຈຳປາສັກ )ໃນຄັ້ງວັນທີ 29 ກັນຍາ 2022 ນີ້,ໃຫ້ຮູວ່າ: ສະພາບຝົນຕົກຫຼາຍວັນຕິດ ຕໍ່ກັນ ບວກກັບພະຍຸໃຕ້ຝຸ່ນ ໂນຣຸ ໄດ້ພັດຜ່ານ ເຮັດໃຫ້ຝົນຕົກໜັກ,ລົມພັດແຮງ ໃນວັນທີ 27-28 ກັນຍາ 2022 ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ມິສະພາບນໍ້າຖ້ວມຢູ່ບາງບ້ານຂອງນະຄອນປາກເຊ ທີ່ນອນໃນພື້ນທີ່ຕໍ່າ ແລະ ລຽບແຄມແມ່ນໍ້າ.ແຕ່ບໍ່ມີລາຍງານເຖິງຜົນເສຍຫາຍຮ້າຍແຮງ ຫຼື ຄົນເສຍຊີວິດ.
ສຳລັບບ້ານທີ່ຖືກນໍ້າຖ້ວມຫຼາຍກ່ວາໝູ່ແມ່ນບ້ານນາແຫກ ມີປະຊາຊົນຮັບຜົນກະທົບແລ້ວ 36 ຄອບຄົວ,ໃນນັ້ນ ຫຼາຍຄອບຄົວໄດ້ຍ້າຍອອກມາຢູ່ເຂດປອດໄພຈົນກ່ວານໍ້າໄດ້ຄ່ອຍບົກລົງ ຄືນສູ່ສະພາບປົກກະຕິ. ຈາກນີ້ກໍມີບ້ານທີ່ມີຄວາມສ່ຽງຈາກຍໍ້າຖ້ວມ ເຊັ່ນ: ບ້ານໂພນກຸງ,ໂພນສະອາດ,ບ້ານແກ ເນື່ອງຈາກແມ່ນໍ້ເຊໂດນ,ນໍ້າຂອງຫຍື່ງຂື້ນສູງຕ້ອງເຮັດໃຫ້ປະຊາຊົນເຝົ້າລະວັງຢ່າງໃກ້ຊິດ.
ປະຈຸບັນທາງຄະນະພັກ – ອົງການປົກຄອງແຂວງຈໍາປາສັກ ໄດ້ຊີ້ນຳຄະນະຄຸມຄອງໄພພິບັດ ແຕ່ລະຂັ້ນລົງຕິດຕາມກວດກາ ແລະ ຊ່ວຍເຫຼືອປະຊາຊົນໃນເຂດນໍ້າຖ້ວມແລະ ບ້ານທີ່ມີຄວາມສ່ຽງ ຈາກນີ້ກໍເລັ່ງມືໃນການກະກຽມຈັກສູບນໍ້າ,ເພື່ອສູບນໍ້າອອກຈາກເຂດນໍ້າຖ້ວມຂັງ ເຊັ່ນ: ໄດ້ຕິດຕັ້ງລະບົບໄຟຟ້າ ແລະ ຈັກສູບນໍ້າ ເພື່ອລະບາຍນໍ້າອອກຈາກ ບ້ານໂພນສະອາດ ແລະ ບ້ານແກ.ແລະກະກຽມໃນຈຸດປະຕູລະບາຍນໍ້າອື່ນໆເຊັ່ນ:
– ຄອງເບີ 01 ບ້ານໃຫຍ່ທາໄຮ ( ຫ້ວຍວັດຈີນ )ຈັກສູບນໍ້າ ມີ 2 ເຄື່ອງ ໃຊ້ງານໄດ້ປົກກະຕິ
– ຄອງເບີ 02 ບ້ານໃຫຍ່ທ່າໄຮ ( ຄຸ້ມບຸ່ງອຸດົມ ) ມື 02 ເຄື່ອງ ໃຊ້ງານໄດ້ປົກກະຕິ
– ຄອງເບີ 03 ບ້ານປາກເຊ ( ຫ້ວຍເດື່ອ ມີ 02 ເຄື່ອງ ໃຊ້ງານໄດ້ປົກກະຕິ
– ຄອງເບີ 04 ບ້ານໂພນກຸງ ( ຫ້ວຍວັດໂພນກຸງ ) ໃຊ້ງານບໍ່ໄດ້ ກຳລັງກຽມສ້ອມແປງ.
– ຄອງເປີ 05 ບ້ານໂພນກຸງ ( ດາວເຮືອງ ) ມີ 04 ເຄື່ອງ ໃຊ້ງານໄດ້ 03 ເຄື່ອງ.
– ຄອງເປີ 06 ບ້ານແກ ມີ 02 ເຄື່ອງ ໃຊ້ງານບໍ່ໄດ້ ທັງ 2 ເຄື່ອງ ແລະໄດ້ເລັ່ງມືຕິດເຄື່ອງໃໝ່ມາທົດແທນ ໃນບ່າຍວັນທີ 29 ກັນຍານີ້.
– ຄອງ 07 ບ້ານທ່າຫີນເໜືອ ມີ 02 ເຄື່ອງ ໃຊ້ງານໄດ້ ແຕ່ບໍ່ມີປະຕູນ້ຳ.
ຢ່າງໃດກໍດີນັບຕອນເຊົ້າ ຫາຕອນແລງຂອງວັນທີ 29 ກັນຍາ 2022 ເຫັນວ່າຝົນທີ່ຕົກໃນເຂດນະຄອນປາກເຊ ໄດ້ເບົາລົງແລ້ວ ຖ້າທຽບໃສ່ 2 -3 ວັນຜ່ານມາ ແຕ່ກົມອຸຕຸນິຍົມຍັງແຈ້ງເຕືອນ ໃຫ້ຕ້ອງເຝົ້າລະວັງຕື່ມ ເນື່ອງຈາກນະຄອນປາກເຊ ແຂວງຈຳປາສັກ ຍັງມີປະລິມານນໍ້າໄຫຼມາຈາກພາກກາງ,ພາກເໜືອເປັນຈໍານວນຫຼາຍ ແລະ ຝົນຍັງຈະສືບຕໍ່ຕົກຈົນກ່ວາພະຍຸ ໂນຣຸຈະອ່ອນກຳລັງລົງໃນວັນວັນທີ 30 ກັນຍາ 2022 ນີ້.ຈິ່ງຈະວາງໃຈໄດ້,
ເກດສະໜາ ແກ້ວສຸວັນນະແສງ
May be an image of body of water and tree
May be an image of dog
May be an image of 6 people and body of water
May be an image of body of water