ວັນທີ 22 ຕຸລາ 2024 ນີ້ ອຸຕຸວິທະຍາ ຂອງຟິລິບປິນ ລາຍ ງານວ່າ: ພະຍຸດີເປຣສຊັນໃນມະຫາສະມຸດປາຊີຟິກຕາເວັນຕົກ ກໍ່ຕົວຂຶ້ນຢູ່ພາກຕາເວັນອອກຂອງຟີລິບປິນ ໄດ້ເພີ່ມກຳລັງແຮງຂຶ້ນເປັນພະຍຸໝູນເຂດຮ້ອນ TRAMI ຫົວທີ 20 ແລະ ພັດເຂົ້າບາງເມືອງຂອງຟີລິບປິນ.
ຈາກນັ້ນ ຈະພັດຜ່ານທະຈີນໃຕ້ ຄາດວ່າຈະພັດເຂົ້າສູ່ແຂວງພາກກາງຂອງຫວຽດນາມ ປະມານ 26-27 ຕຸລາ ແລະ ເຂົ້າສູ່ແຂວງພາກກາງ ແລະ ພາກໃຕ້ ຂອງລາວ ປະມານວັນທີ 27-28 ຕຸລາ ຕາມລຳດັບ ເຊິ່ງອາດຈະເຮັດໃຫ້ມີລົມພັດແຮງ, ຝົນຕົກ, ຟ້າຮ້ອງຟ້າເຫລື້ອມ ແລະ ອາກາດໜາວ.



