ໃນລະຫວ່າງວັນທີ 19-21 ຕຸລາ 2024 ທີ່ຜ່ານມາ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມພິທີສາບານໂຕ ເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີ ຄົນທີ 8 ແຫ່ງ ສາທາລະນະລັດອິນໂດເນເຊຍ ຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕ (Prabowo SUBIANTO) ແລະ ເປັນຮອງປະທານາທິບໍດີ ຂອງ ພະນະທ່ານ ກຣິບ ຣານ ຣາກາບຸມິງ ຣາກາ (Gibran Rakabuming Raka) ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເຊິ່ງພິທີທາງ ການໄດ້ຈັດຂຶ້ນໃນວັນທີ 20 ຕຸລາ 2024 ທີ່ ນະຄອນຫຼວງຈາກາກຕາ ປະເທດອິນໂດເນເຊຍ ໂດຍມີການນຳຂັ້ນສູງ ຈາກບັນດາປະເທດອາຊຽນ ສປ ຈີນ ອາເມລິກາ ອັງກິດ ອົດສະຕຣາລີ ແລະ ປະເທດເພື່ອນມິດຕ່າງໆ ຂອງອິນໂດເນເຊຍ ລວມຈຳນວນກວ່າ 32 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ ປະທານາທິບໍດີ ແລະ ຮອງປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດ ໃນເດືອນກຸມພາ 2024 ທີ່ຜ່ານມາ.
ໃນພິທີສໍາຄັນດັ່ງກ່າວ ປະທານາທິບໍດີ ພຣາໂບໂວ ສຸບຽນໂຕ ໄດ້ກ່າວປາໄສ ຕໍ່ຜູ້ທີ່ເຂົ້າຮ່ວມພິທີສາບານໂຕຢ່າງເປັນທາງການ ເພື່ອສະແດງຄວາມຂອບໃຈ ແລະ ປະກາດນະໂຍບາຍທີ່ສໍາຄັນໃນການນໍາພາ ແລະ ພັດທະນາປະເທດອິນໂດເນເຊຍ ແຕ່ປີ 2024 ຈົນເຖິງ 2029 ພ້ອມນີ້ ທ່ານ ຍັງໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດແກ່ບັນດາປະມຸກລັດ ແລະ ການນໍາຂັ້ນສູງ ຂອງ ປະເທດຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ຢ່າງສົມກຽດ.
ໃນໂອກາດນີ້ ພາຍຫຼັງສຳເລັດພີທີສາບານໂຕ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍ ດີຄົນໃໝ່ ຂອງອິນໂດເນເຊຍ ແລະ ພົບປະກັບ ທ່ານ Muhammad Sarmuji ເລ ຂາທິການໃຫ່ຍພັກໂກນກາ ເພື່ອນຳເອົາຄຳອວຍພອນອັນປະເສີດ ແລະ ການຊົມເຊີຍຢ່າງອົບອຸ່ນຈາກ ພັກ ລັດຖະບານ ແລະ ປະຊາຊົນລາວ ມາຍັງ ປະທານາທິບໍດີຜູ້ໃໝ່ ພ້ອມດ້ວຍຄະນະລັດຖະບານໃໝ່ ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນໄລຍະຜ່ານມາ ແລະ ເຫັນດີຈະຮ່ວມມືກັນເສີມຂະຫຍາຍສາຍພົວພັນອັນດີງາມທີ່ເປັນມູນເຊື້ອ ແລະ ການພົວພັນທີ່ດີລະຫວ່າງສອງພັກ ແລະ ສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂື້ນ.
ນອກນີ້ ພະນະທ່ານ ຮອງປະທານປະເທດແຫ່ງ ສປປລາວ ແລະ ພະນະທ່ານ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ຍັງໄດ້ມີການພົບປະທັກທາຍກັນກ່ອນການເຂົ້າຮ່ວມງານລ້ຽງທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ເຂັ້ມແຂງຂື້ນໄປເລື້ອຍໆ.
ພິທີສາບານໂຕເຂົ້າຮັບຕໍາແໜ່ງປະທານາທິບໍດີ ຢ່າງເປັນທາງການ ຖືເປັນສັນຍາ ລັກທີ່ມີຄວາມໝາຍ ແລະ ຄວາມສໍາຄັນທີ່ສຸດ ສໍາລັບການເມືອງໃນລະບົບປະທານາທິບໍດີ ການສາບານໂຕຢ່າງເປັນທາງການ ຖືເປັນການປ່ຽນຜ່ານໃນຂະບວນການປະຊາທິປະໄຕ ທີ່ຜູ້ໄດ້ຮັບເລືອກຕັ້ງໃໝ່ ໃຫ້ມາບໍລິຫານປະເທດແທນຜູ້ເກົ່າ ຈະຕ້ອງໄດ້ເຂົ້າຮ່ວມ ເພື່ອໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍທີ່ວາງອອກ.
ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 30 ສິງຫາ 1957, ນັບແຕ່ສ້າງຕັ້ງສາຍພົວພັນການທູດນຳກັນມາ ເປັນເວລາ 67 ປີ, ການພົວພັນຮ່ວມມືຂອງສອງປະເທດ ກໍ່ໄດ້ມີບາດກ້າວຂະຫຍາຍຕົວຂື້ນເປັນລຳດັບ ຕາມທ່າອ່ຽງຂອງຍຸກສະໄໜ ໂດຍອີງໃສ່ເງື່ອນໄຂຕົວຈິງ ແລະ ສະພາບການພັດທະນາດ້ານເສດຖະກິດຂອງສອງປະເທດ. ສອງປະເທດ ລາວ-ອິນໂດເນເຊຍ ມີການຮ່ວມມືອັນດີຮ່ວມກັນທາງດ້ານການເມືອງ ເສດຖະກິດ-ສັງຄົມ ການສຶກສາ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສາທາລະນະສຸກ ການທ່ອງທ່ຽວ ແລະ ດ້ານອື່ນໆ.
ນອກນີ້ ສອງປະເທດ ຍັງໄດ້ສ້າງຕັ້ງກົນໄກຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມືສອງຝ່າຍ (ກອງປະຊຸມ JCBC) ເຊິ່ງໄດ້ປະຊຸມຮ່ວມກັນມາແລ້ວ 5 ຄັ້ງ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ ນອກຈາກນີ້ ສອງຝ່າຍຍັງໄດ້ເຊັນສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈຕ່າງໆຮ່ວມກັນ 20 ກວ່າ ສະບັບ.
ການພົວພັນ ລາວ-ອິນໂດເນເຊຍ ໄດ້ມີຂີດໝາຍອັນສໍາຄັນທາງດ້ານປະຫວັດສາດ ນັບຕັ້ງແຕ່ ທ່ານປະທານ ປະເທດໄກສອນ ພົມວິຫານ ໄດ້ພົບປະກັບ ທ່ານ ປະທານາ ທິບໍດີ ຊູຮາໂຕ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບໍ່ຮ່ວມກຸ່ມຢູ່ ອິນໂດເນເຊຍ ປີ 1992. ການພົບປະດັ່ງກ່າວ ໄດ້ໄຂສັງກາດໃໝ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ.
ຈາກນັ້ນມາ ການນຳຂັ້ນສູງຂອງສອງປະເທດ ກໍ່ໄດ້ມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິ ຫຼ້າສຸດ, ໃນວັນທີ 5-6 ກັນຍາ 2024 ພະນະທ່ານ ພຣາໂບໂວ ສຸບຽນໂຕ, ວ່າທີ່ ປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ພ້ອມນັ້ນ ກໍໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ປະທານປະເທດ ແລະ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມກັນນັ້ນ ໃນວັນທີ 27 ກັນຍາ 2024 ທ່ານ ສຸກິໂອໂນ (Sugiono) ຮອງປະທານພັກເກີຣິນດາ ແຫ່ງ ສ ອິນໂດເນເຊຍ ໄດ້ເດີນທາງໄປຢ້ຽມ ຢາມທາງການ ທີ່ ສປປ ລາວ ແລະ ໄດ້ມອບເງິນສະໜັບສະໜຸນ ຈໍານວນ 1 ລ້ານໂດລາສະຫະລັດ ໃຫ້ແກ່ພັກ ກໍຄື ລັດຖະບານລາວ ໃນການປະຕິບັດໜ້າທີ່ເປັນປະທານອາຊຽນ 2024 ໃນໂອກາດ ທີ່ ສປປລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທ່ານ ມາຣູຟ ອາມີນ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ກໍໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຢຸ່ ສປປ ລາວ.
ການເຂົ້າຮ່ວມພິທີສຳຄັນຄັ້ງນີ້ ຂອງຄະນະຜູ້ແທນລາວ ເປັນການສືບຕໍ່ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍ ໃນການສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະ ກັບອິນໂດເນເຊຍ ທີ່ຢູ່ໃນຄອບຄົວອາຊຽນດຽວກັນ ທັງຍັງເປັນການນໍາເອົາການສະໜັບສະໜູນຢ່າງຈິງໃຈ ຈາກພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງພັກ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ການເຂົ້າຮ່ວມງານດັ່ງກ່າວ ຂອງຄະນະຜູ້ແທນແຫ່ງ ສປປລາວໃນຄັ້ງນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນ ຈາກລັດຖະບານ ແລະ ປະຊາຊົນອິນໂດເນເຊຍ.






