ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບລາງວັນການນໍາອາຊຽນດີເດັ່ນໃນການສ້າງສາພັດທະນາປະເທດຊາດ

Sep 16, 2024

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ ສະພາແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ຕັນ ສຣິ ໄມເຄິນ ໂຢ, ປະທານສະໂມສອນເສດຖະກິດອາຊຽນ, ປະທານສະຖາບັນຍຸດທະສາດອາຊີ-ປາຊີຟິກ ພ້ອມດ້ວຍຄະນະຈາກສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ໃນໂອກາດ ກອງປະຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 (2024 ASEAN Leadership and Partnership Forum) ຊຶ່ງຈັດຂຶ້ນໃນວັນທີ 16-17 ກັນຍາ ທີ່ ນະຄອນຫລວງວຽງຈັນ.
ໃນໂອກາດນີ້, ສະຖາບັນຍຸດທະສາດອາຊີ-ປາຊີຟິກ ໄດ້ມອບລາງວັນ “ການນໍາອາຊຽນດີເດັ່ນ ໃນການສ້າງສາພັດທະນາປະເທດຊາດ (The ASEAN Master Nation Builder Lifetime Award)” ໃຫ້ແກ່ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ. ລາງວັນດັ່ງກ່າວ ເປັນລາງວັນທີ່ມີຄວາມໝາຍສໍາຄັນ ເພາະເປັນລາງວັນສູງສຸດຂອງສະຖາບັນດັ່ງກ່າວ ມອບໃຫ້ຜູ້ນໍາຂອງອາຊຽນ ຊຶ່ງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ເປັນຜູ້ນໍາຜູ້ທໍາອິດຂອງອາຊຽນ ທີ່ໄດ້ຮັບກຽດຮັບລາງວັນດັ່ງກ່າວ ຊຶ່ງເປັນການຮັບຮູ້ ແລະ ຊົມເຊີຍຜົນງານຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມຂອງອາຊຽນ.
ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການມອບລາງວັນຜູ້ນຳອາຊຽນດີເດັ່ນດັ່ງກ່າວ ແລະ ກ່າວວ່າ ລາງວັນດັ່ງກ່າວນີ້ ເປັນລາງວັນບໍ່ສະເພາະແຕ່ສໍາລັບພະນະທ່ານເອງ, ແຕ່ຍັງເປັນລາງວັນສໍາລັບທຸກພາກສ່ວນຂອງ ສປປ ລາວ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ແລະ ການປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງອາຊຽນ ໃນໄລຍະຜ່ານມາ.
ພະນະທ່ານ ປະທານປະເທດ ໄດ້ສະແດງຄວາມຊົມເຊີຍສະຖາບັນຍຸດທະສາດອາຊີ-ປາຊີຟິກ, ສະໂມສອນເສດຖະກິດອາຊຽນ ແລະ ສະພາທຸລະກິດອາຊຽນ ທີ່ໄດ້ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຈັດກອງຊຸມເວທີປຶກສາຫາລື ວ່າດ້ວຍ ການເປັນຜູ້ນໍາ ແລະ ຄູ່ຮ່ວມມືອາຊຽນ ປະຈໍາປີ 2024 ທີ່ ນະຄອນຫລວງວຽງຈັນ ໃນຄັ້ງນີ້ ແລະ ອວຍພອນ ໃຫ້ ກອງປະຊຸມ ປະສົບຜົນສໍາເລັດຕາມແຜນການປະກອບສ່ວນເຂົ້າໃນການຍົກລະດັບການສ້າງຂີດຄວາມສາມາດ ຂອງຂະແໜງການທາງດ້ານການເຊື່ອມໂຍງ-ເຊື່ອມຈອດ, ການອຳນວຍຄວາມສະດວກທາງການຄ້າ, ການລົງທຶນ, ການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາແບບຍືນຍົງເວົ້າສະເພາະ ເວົ້າລວມກໍຄືການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນ ທັງພາກລັດ ແລະ ພາກທຸລະກິດໃນພາກພື້ນແນໃສ່ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ, ຊຶ່ງການຈັດກອງປະຊຸມດັ່ງກ່າວ ເປັນຫນຶ່ງໃນກິດຈະກໍາ ທີ່ປະກອບສ່ວນ ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ “ເພິ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໃຫ້ມີຜົນສໍາເລັດຢ່າງຈົບງາມ.