ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານນໍາທ່ຽວ 80 ກວ່າຄົນ ໄດ້ຮັບການຍົກລະດັບ

Nov 29, 2024

ພິທີປິດຊຸດເຝິກອົບຮົມພະນັກງານນໍາ ທ່ຽວລະດັບຊາດ ຄັ້ງ ທີ 31 ຂຶ້ນໃນວັນທີ 29 ພະຈິກ 2024 ທີ່ສະຖ້າບັນສື່ມວນ ຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ສສວທ ໂດຍມີທ່ານ ຄໍາຫຼ້າ ຍອຍສາຍຄໍາ ຫົວໜ້າສະຖ້າບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງ ທ່ຽວ ທ່ານຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຊຸດເຝິກອົບຮົມພະນັກງານນໍາທ່ຽວລະດັບຊາດ ຄັ້ງທີ 31 ເລີ່ມແຕ່ວັນທີ 9 ກັນຍາ ຫາ ວັນທີ 29 ພະຈິກ 2024 ລວມ 55 ວັນ ການເຝິກອົບຄັ້ງນີ້ແມ່ນພະແນກເຝິກອົບຮົມການທ່ອງທ່ຽວ ສສວທ ເປັນພະແນກທີ່ຮັບຜິດຊອບຈັດຕັ້ງເຝິກອົບຮົມ ໂດຍສະເພາະຢູ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະນໍາ ສສວທ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 127 ທ່ານ ຍິງ 65 ທ່ານ ໃນນັ້ນມີຄະນະຮັບຜິດຊອບ ຫຼື ຄູເຝິກ ຈາກ ສສວທ ຈໍານວນ 7 ທ່ານ ຍິງ 4 ທ່ານ ຄູຮັບເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຈໍານວນ 20 ທ່ານ ຍິງ 9 ທ່ານ ຄູເຝິກຮັບເຊີນບັນຍາຍຢູ່ສະຖານທີ່ລົງພາກປະຕິບັດຕົວຈິງ 11 ທ່ານ 2 ທ່ານ ມີນັກສໍາມະນາກອນຜູ້ເຂົ້າຮ່ວມທັງໝົດ 88 ຄົນ ຍິງ 50 ຄົນ.
ຊຸດເຝິກອົບຮົມຄັ້ງນີ້ ໃຊ້ເວລາ 55 ວັນເຕັມ ໂດຍຈັດລະບົບການຮຽນ-ການສອນ ເປັນລະບົບແບບໂມດູນ (Module) ສອນເປັນລາຍວິຊາ ແລະ ສອບເສັງຄຽງຄູ່ກັນໄປ ເຊິ່ງມີວິຊາຮຽນທັງຫມົດ 22 ວິຊາ ແລະ ແບ່ງອອກເປັນ 3 ໝວດ ຄື: ໝວດຄວາມຮູ້ທົ່ວໄປ ມີ 5 ວິຊາ ຄວາມຮູ້ພື້ນຖານ ມີ 7 ວິຊາ ແລະ ໝວດ ຄວາມຮູ້ສະເພາະ ມີ 10 ວິຊາ ໃນນັ້ນ ມີວິຊາທີ່ສອບເສັງທັງໝົດ 16 ວິຊາ ນອກຈາກນັ້ນ ຍັງມີການຮັບເຊີນບັນຍາຍຫົວຂໍ້ ພິເສດທີ່ກ່ຽວຂ້ອງກັບຫຼັກສູດ ເຊັ່ນ: ຫົວຂໍ້ການພັດທະນາການທ່ອງທ່ຽວ ການຄຸ້ມຄອງການທຸລະກິດການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ທັ້ງນີ້ກໍເພື່ອໃຫ້ບັນດາສໍາມະນາກອນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິຊາທີ່ກ່ຽວຂ້ອງກັບການທ່ອງ ທ່ຽວເວົ້າລວມ ເວົ້າສະເພາະກໍແມ່ນວຽກງານທີ່ຕິດພັນກັບການນໍາທ່ຽວ.