ຄະນະຊຸດອົບຮົມພະນັກງານນໍາພາ-ຄຸ້ມຄອງໂຄສະນາ ແລະ ສື່ມວນຊົນລາວ ເຄື່ອນໄຫວແລກປ່ຽນບົດຮຽນຢູ່ສໍານັກຂ່າວສານຫວຽດນາມ ກ່ຽວກັບຮູບແບບການຈັດຕັ້ງ ແລະ ກົນໄກການຄຸ້ມຄອງຂອງສໍານັກຂ່າວສານຫວຽດນາມ ໃນວັນທີ 17 ພະຈິກ 2025 ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ນາງ ເຈິ່ນ ທິ ຖັ່ງ ຫົວໜ້າພະແນກບັນນາທິການ ແລະ ການພົວພັນຕ່າງປະເທດ ພ້ອມດ້ວຍຄະນະ.
ການແລກປ່ຽນບົດຮຽນຄັ້ງນີ້, ຄະນະຊຸດອົບຮົມໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຂອງສໍານັກຂ່າວສານຫວຽດນາມໃນໄລຍະຜ່ານມາ ທີ່ນັບມື້ໄດ້ຮັບການພັດທະນາ ແລະ ເຕີບໃຫ່ຍເຂັ້ມແຂງເປັນກ້າວໆ ຈົນກາຍເປັນສໍານັກຂ່າວທີ່ມີຊື່ສຽງໃນພາກພື້ນ. ສໍານັກຂ່າວສານຫວຽດນາມໄດ້ສໍາເລັດການປັບປຸງ ແລະ ຊັບຊ້ອນກົງຈັກການຈັດຕັ້ງຕາມແນວທາງນະໂຍບາຍຂອງພັກກອມມູນິດຫວຽດນາມ ຕາມທິດກະທັດຮັດ, ຮັບປະກັນຄຸນນະພາບ ແລະ ຍືນຍົງ ປັດຈຸບັນ, ສໍານັກຂ່າວສານຫວຽດນາມ ມີພະນັກງານທັງໝົດເກືອບ 2.000 ຄົນ ໃນນີ້ມີນັກຂ່າວ 900 ຄົນ ທີ່ປະຈໍາຢູ່ 34 ແຂວງ ແລະ ນະຄອນໃນຂອບເຂດທົ່ວປະເທດ ຈາກຈໍານວນ 2.000 ຄົນໃນປີ 2024, ມີສໍານັກງານປະຈໍາຢູ່ຕ່າງປະເທດ 30 ແຫ່ງ, ມີຜະລິດຕະພັນດ້ານຂໍ້ມູນຂ່າວສານຫຼາຍກວ່າ 60 ປະເພດຜ່ານຫຼາກຫຼາຍຮູບແບບ ເພື່ອຕອບສະໜອງດ້ານຂໍ້ມູນຂ່າວສານໃຫ້ສັງຄົມກໍຄືປະຊາຊົນໄດ້ຢ່າງທົ່ວເຖິງໃນບັນດາກຸ່ມເປົ້າໝາຍ.

ສໍານັກຂ່າວສານຫວຽດນາມມີສາຍພົວພັນຮ່ວມມືແບບສອງຝ່າຍ ແລະ ຫຼາຍຝ່າຍກັບສໍານັກຂ່າວສານອົງການຂ່າວສານສາກົນຫຼາຍກວ່າ 40 ແຫ່ງໃນທົ່ວໂລກ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ຮູບແບບການດຳເນີນງານທີ່ທັນສະໄໝໃນຍຸກດິຈິຕອນລະຫວ່າງກັນຢ່າງແຂງແຮງ ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພັດທະນາການສື່ສານຂອງພາກພື້ນໄດ້ເປັນຢ່າງດີ, ນອກນີ່ ຍັງມີການພົວພັນຮ່ວມມືຢ່າງແໜ້ນແຟ້ນເປັນພິເສດກັບສໍານັກຂ່າວສານປະເທດລາວໃນຂົງເຂດຕ່າງໆແຕ່ລະປີ ເປັນຕົ້ນ:ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ແລະ ວິຊາການຂັ້ນຕ່າງ, ການບໍາລຸງສ້າງພະນັກງານ, ການຊ່ວຍເຫຼືອດ້ານພາຫະນະສື່ມວນຊົນ. ເມື່ອບໍ່ດົນມານີ້ສອງສໍານັກຂ່າວສານລາວ ແລະ ຫວຽດນາມ ຍັງໄດ້ຮ່ວມກັນລົງນາມສືບຕໍ່ການພົວພັນຮ່ວມມື ເພື່ອຮອງຮັບການຂະຫຍາຍຕົວດ້ານສື່ມວນຊົນໃນຍຸກປັດຈຸບັນ ໂດຍສະເພາະການນໍາໃຊ້ຜະລິດຕະພັນໃໝ່ໃນສື່ສັງຄົມອອນລາຍ, ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນຂົງເຂດດິຈິຕອນ, ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການສະກັດກັ້ນ ແລະ ແກ້ໄຂຂ່າວທີ່ບໍ່ມີມູນຄວາມຈິງ ລວມເຖິງດ້ານຕ່າງໆຕື່ມອີກໃນຕໍ່ໜ້າ.
ໃນໂອກາດນີ້, ຄະນະຊຸດອົບຮົມພະນັກງານນໍາພາ-ຄຸ້ມຄອງໂຄສະນາ ແລະ ສື່ມວນຊົນລາວ ຍັງໄດ້ຮ່ວມແລກປ່ຽນບົດຮຽນປະສົບການດ້ານວຽກງານຄຸ້ມຄອງສື່ມວນຊົນຮ່ວມກັບສໍານັກຂ່າວສານຫວຽດນາມ ຫຼາຍບັນຫາເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຢູ່ລາວໃຫ້ມີປະສິດທິພາບຫຼາຍກວ່າເກົ່າ.


