ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານຫລັກແຫລ່ງສື່ມວນຊົນລາວສຳເລັດບຳລຸງວຽກງານຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

Nov 10, 2024

ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນຊົນລາວ 15 ທ່ານ, ຍິງ 7 ທ່ານ ສຳເລັດການຍົກລະດັບວຽກງານຄຸ້ມຄອງສື່ມວນຊົນໃນໄລຍະໃໝ່ ໃນວັນທີ 9 ພະຈິກ 2024 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ນາງ ດາວ ຫງວຽນ ຮັ່ງ ຮອງຫົວໜ້າກົມຮ່ວມມືສາກົນ ສະຖາບັນການ ເມືອງແຫ່ງຊາດໂຮ່ຈີມິງ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດລາວ ປະຈຳ ສສ ຫວຽດນາມ ແລະ ຄູອາຈານເຂົ້າຮ່ວມ.
ທ່ານ ນາງ ຫງວຽນ ທິ ເຈືອງ ຢາງ ຮອງຫົວໜ້າສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການດຳເນີນຊຸດຝຶກອົບຮົມໃນຄັ້ງນີ້ ຊຶ່ງຕະຫລອດໄລຍະຝຶກອົບຮົມ ທາງສະຖາບັນໄດ້ພະຍາຍາມຄັດ ເລືອກເອົາຫົວຂໍ້ທີ່ມີເນື້ອໃນແທດເໝາະ ແລະ ຕິດແທດກັບວຽກ ງານການນຳພາ, ຄຸ້ມຄອງ ແລະ ບໍລິຫານສື່ມວນຊົນໃນໄລຍະໃໝ່ ຈຳນວນ 23 ຫົວຂໍ້ ໂດຍສະເພາະການຫັນສື່ແບບເກົ່າເປັນດີຈິຕອນຂອງສອງປະເທດ ຫວຽດນາມ-ລາວ ເພື່ອເຮັດໃຫ້ການການແລກປ່ຽນ ແລະ ຖອດຖອນບົດຮຽນ ລະຫວ່າງອາຈານ ແລະ ນັກສຳມະນາກອນ ໄດ້ຮັບການຖ່າຍທອດຢ່າງມີປະສິດທິ ຜົນ ເພື່ອສືບຕໍ່ນຳໄປຊີ້ນຳ-ນຳພາໃນຂົງເຂດວຽກງານສື່ມວນຊົນ ຢູ່ ສປປ ລາວ ກໍຄືອົງກອນຂອງຕົນ.
ທ່ານ ໂອລຳ ຈັນທະວິໄລ ຫົວໜ້າຄະນະສື່ມວນຊົນລາວ ໄດ້ກ່າວວ່າ: ຜ່ານການຝຶກອົບຮົມໃນໄລຍະ 2 ເດືອນ ເຫັນໄດ້ຄວາມສໍາຄັນຂອງຄູອາຈານ ແລະ ຜູ້ຊ່ຽວຊານດ້ານການບໍລິຫານສື່ຈາກຫລາຍສຳນັກທີ່ມາສິດສອນ ແລະ ຖ່າຍຖອດຄວາມຮູ້ໃຫ້ໂດຍກົງ ຢ່າງໝົດໃຈ ໃນຖານະອ້າຍນ້ອງ ໂດຍບໍ່ມີການປິດລັບຂໍ້ມູນແຕ່ ຢ່າງໃດ ເປັນຕົ້ນ ໄດ້ແນະນຳວິທີ, ບົດຮຽນ ແລະ ຫົວຂໍ້ຕ່າງໆຢ່າງກະຈ່າງແຈ້ງ ລວມທັງການຄຸ້ມຄອງບໍລິຫານສື່ສິ່ງພິມຕ່າງໆໃນຍຸກການຫັນເປັນດິຈີຕອນ ໂດຍສະເພາະ ວາລະສານ, ໜັງສືພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍຫລາກຫລາຍປະເພດ, ຊຶ່ງສອດຄ່ອງກັບສະພາບຕົວຈິງໃນຍຸກ 4.0 ໃນການນຳໃຊ້ສື່ຫລາຍຮູບຫລາຍແບບ ແລະ ຫລາຍສີສັນ ພ້ອມທັງການນຳໃຊ້ປັນຍາປະດິດເຂົ້າໃນການຜະລິດລາຍການຕ່າງໆຂອງສື່ມວນຊົນຢູ່ຫວຽດນາມ. ພ້ອມນີ້ ບັນດານັກສຳມະນາກອນ ຍັງໄດ້ໄປທັດ ສະນະຕົວຈິງຢູ່ບັນດາອົງການສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ ຂອງຫວຽດນາມ ເປັນຕົ້ນ ໜັງສືພິມເຢີນເຢິນ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ສື້ເຖິດ, ໂທລະພາບຫວຽດນາມ (VTV), ໜັງສືພິມແທງຮວາ, ພະແນກຖະແຫລງຂ່າວ ແລະ ການສື່ສານ ແຂວງແທງຮວາ, ກົມຂ່າວສານຕ່າງປະເທດ ກະຊວງຖະ ແຫລງຂ່າວ ແລະ ການສື່ສານຫວຽດນາມ, ຢ້ຽມຢາມ ກຸ່ມບໍລິ ສັດໄຟຟ້າ ຫວຽດນາມ (EVN), ໜັງສືພິມກອງທັບ ຫວຽດ ນາມ, ວິທະຍຸຫວຽດນາມ (VOV), ໜັງສືພິມແຂວງບັກນິງ. ນອກນີ້ຍັງໄດ້ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ ທາງທະເລ ແລະ ສະຖານທີ່ສໍາຄັນທາງປະຫວັດສາດຂອງຫວຽດນາມອີກຈຳນວນໜຶ່ງ.
ໂອກາດນີ້, ທ່ານ ໂອລຳ ຈັນທະວິໄລ ໄດ້ຕາງໜ້າຄະນະກ່າວສະ ແດງຄວາມຂອບໃຈມາຍັງ ພັກ-ລັດຖະບານຫວຽດນາມ ກໍຄືສະ ຖາບັນການເມືອງແຫ່ງຊາດໂຮ່ຈີມິງ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອໃນການບຳລຸງກໍ່ສ້າງພະນັກງານ ແລະ ນັກສຶກສາຂອງລາວຕະຫລອດໄລຍະຜ່ານມາ, ຊຶ່ງສະແດງເຖິງການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະນົງແກ່ນຕະຫລອດໄປ.
ຂ່າວ: ມະນີທອນ, ຂປລ