ວັນທີ 4 ເມສາ 2025 ນີ້, ສູນກາງສະຫະພັນແມ່ຍິງລາວ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງ, ພະແນກສາທາລະນະສຸກແຂວງໂດຍສະເພາະແມ່ນຊ່ຽວຊານຈາກໂຮງໝໍແຂວງ ແລະ ໂຮງໝໍເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດກິດຈະກຳກວດສຸຂະພາບຕາໂດຍບໍ່ເສຍຄ່າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 115 ປີ ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງຫົງສາ, ມີທ່ານ ນາງ ສອນນາລີ ພານຸວົງ ຮອງຫົວໜ້າກົມພັດທະນາສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ທອງໄສ ພູພົມມະຈິດ ຮອງປະທານສະຫະພັນແມ່ຍິງແຂວງໄຊຍະບູລີ, ມີທີມງານຂັ້ນສູນກາງ, ຂັ້ນແຂວງ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ພະນັກງານ, ທະຫານ, ຕໍາຫຼວດ, ນາຍບ້ານພ້ອມດ້ວຍປະຊາຊົນໃນບ້ານເທດສະບານເມືອງເຂົ້າຮ່ວມ.
ທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງຫົງສາ ໄດ້ກ່າວເປີດພິທີຢ່າງເປັນທາງການບາງຕອນທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄຳຂວັນ: “ ຜູ້ໜື່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ”. ປີຕໍ່ມາໃນວັນທີ 19 ມີນາ 1911 ວັນແມ່ຍິງສາກົນ ໄດ້ຮັບການສະເຫຼີມສະຫຼອງ ໂດຍມີປະຊາຊົນເຂົ້າຮ່ວມເປັນລ້ານໆຄົນ ຢູ່ໃນບັນດາປະເທດເອີລົບເຊັ່ນ: ປະເທດໂອຕິດ, ແດນມາກ, ເຢຍລະມັນ, ສະວິດເຊີແລນ. ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນ “ວັນແມ່ຍິງສາກົນ” ໄດ້ຮັບການສະເຫຼີມສະຫຼອງ ຢູ່ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທຳອິດ ແລະ ທ່ານຍັງໄດ້ກ່າວອີກວ່າ: ມື້ນີ້ເປັນໂອກາດທີ່ດີທີ່ບັນດາທ່ານຈະໄດ້ຮັບການກວດສຸຂະພາບຕາໂດຍບໍ່ເສຍຄ່າ ເພື່ອຊອກຫາຜູ້ທີ່ເປັນພະຍາດກ່ຽວກັບດວງຕາ ໂດຍສະເພາະແກ່ນຕາຂຸ້ນ ຈະໄດ້ຮັບການແນະນຳການປິ່ນປົວໄດ້ທັນເວລາ ເພື່ອບໍ່ໃຫ້ກ້າວໄປເປັນຕາບອດ, ນອກນີ້, ກໍ່ສາມາດຂໍຄຳປຶກສາເພີ້ມຕື່ມ ໃນສະຖານທີ່ໃຫ້ບໍລິການຂອງແຂວງ, ເມືອງ ແລະ ຍັງເປັນການປຸກລະດົມໂຄສະນາໃຫ້ເອື້ອຍນ້ອງແມ່ຍິງໄດ້ເຂົ້າເຖິງການບໍລິການກວດສຸຂະພາບຕານັບມື້ຫຼາຍຂຶ້ນ. ຮັບຟັງການເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດຕາ, ການປ້ອງກັນ, ການປິ່ນປົວເບື້ອງຕົ້ນ ແລະ ແນະນຳຂໍ້ມູນຂ່າວສານໃນການເຂົ້າເຖິງການບໍລິການປິ່ນປົວ ແລະ ຮັກສາຕາ, ຈາກນັ້ນ, ຜູ້ເຂົ້າຮ່ວມກໍ່ໄດ້ກວດສຸຂະພາບຕາ ຕື່ມອີກ.
ຂ່າວ-ພາບ: ຖວທ ຫົງສາ







