ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານ ສຕລ ສໍາເລັດການປະຕິບັດໜ້າທີ່ໃນການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ FIFA Futsal World Cup 2024

Oct 8, 2024

ການແຂ່ງຂັນ ຟຸດຊໍ ຊິງແຊ້ມໂລກ 2024 ທີ່ປະເທດອຸດສະເບກິດສະຖານ ໄດ້ສໍາເລັດໃນຄືນວັນທີ 6 ຕຸລາ 2024 ໂດຍແມ່ນທີມຊາດເບຣຊິນ ສາມາດຄອງແຊ້ມສະໄໝທີ 6 ໄດ້ ພາຍຫຼັງທີ່ເອົາຊະນະທີມຊາດອາກຊັງຕິນ 2-1 ປະຕູ.
ການແຂ່ງຂັນຄັ້ງນີ້ ທາງ FIFA ໄດ້ແຕ່ງຕັ້ງ ທ່ານ ປາດຖະໜາ ຂັນຕິຍະວົງ, ຫົວໜ້າຝ່າຍພົວພັນຕ່າງປະເທດ ທັງເປັນຜູ້ຮັບ ຜິດຊອບການປົກປ້ອງສິດທິເດັກນ້ອຍ ຂອງສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮັບຜິດຊອບໜ້າທີ່ຊ່ວຍພິທີການໃນສະໜາມແຂ່ງຂັນ ເຊິ່ງໄດ້ປະຕິບັດໜ້າທີ່ຕັ້ງແຕ່ເລີ່ມຕົ້ນຈົນຈົບການແຂ່ງ ຂັນ.
ຕໍ່ປະສົບການດັ່ງກ່າວ, ທ່ານ ປາດຖະໜາ ໄດ້ກ່າວວ່າ “ຂ້າພະ ເຈົ້າ ຂໍສະແດງຄວາມຂອບໃຈມາຍັງ FIFA ແລະ LOC ສໍາລັບໂອກາດທີ່ມອບໃຫ້. ຮູ້ສຶກເປັນກຽດ ແລະ ດີໃຈຫຼາຍທີ່ໄດ້ມີໂອ ກາດປະກອບສ່ວນໃນການແຂ່ງຂັນລະດັບໂລກ ເຊິ່ງເຮັດໃຫ້ຂ້າພະເຈົ້າໄດ້ຮຽນຮູ້ ແລະ ເກັບກ່ຽວປະສົບການໃນຫຼາຍໆດ້ານ ຈາກຝ່າຍຈັດການແຂ່ງຂັນ ແລະ ເພື່ອນຮ່ວມງານ. ພ້ອມທັງໄດ້ສະແດງຄວາມຂອບໃຈ ສະຫະພັນບານເຕະແຫ່ງຊາດລາວ ທີ່ໄດ້ຊຸກຍູ້ ແລະ ໃຫ້ຂ້າພະເຈົ້າ ໄດ້ມີໂອກາດ ໄດ້ຮຽນຮູ້ສິ່ງໃໝ່ ແລະ ສະແດງສັກກາຍະພາບຂອງຕົວເອງໃນຄັ້ງນີ້”
ສຕລ ໄດ້ສືບຕໍ່ສ້າງບຸກຄະລາກອນພາຍໃນ ໃຫ້ມີໂອກາດປະ ກອບສ່ວນໃນການແຂ່ງຂັນລະດັບທະວີບ ແລະ ລະດັບໂລກ ເຊິ່ງໃນຕົ້ນປີທີ່ຜ່ານມາ ກໍ່ໄດ້ສົ່ງ ທ່ານ ສັນຕິກອນ ແສງດາລາ, ຫົວໜ້າພະແນກຈັດການແຂ່ງຂັນ ໄປປະຕິບັດໜ້າທີ່ໃນການແຂ່ງຂັນບານເຕະ ຊິງແຊ້ມອາຊີ AFC Asian Cup ທີ່ປະເທດກາຕ້າ ແລະ ທ່ານ ນາງ ພຸດສະຫວັນ ຈັນທະວົງ, ກໍາມະການຕັດສິນລະດັບ AFC Elite ເຂົ້າຮ່ວມການແຂ່ງຂັນຂອງ AFC ຫຼາຍລາຍການ.
ທີ່ມາ: ສຕລ