ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານ-ສະມາຊິກພັກຂົງເຂດຕ່າງໆອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ຈໍານວນ 40 ສະຫາຍ ໄດ້ສໍາເລັດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ຢ່າງເປັນທາງການ.

Oct 17, 2023

ໃນວັນທີ 16 ຕຸລາ 2023 ທີ່ສະຖາບັນສື່ມວນຊົນ, ວັດທະນະທຳ ແລະທ່ອງທ່ຽວ ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ຄຳຫລ້າ ແກ້ວອຸ່ນຄຳ, ຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ສະຫາຍ ອາລຸນໄຊ ບຸນມີໄຊ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ພ້ອມດ້ວຍຄະນະນຳຈາກພາກສ່ວນຕ່າງໆພາຍໃນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ.
ການຍົກລະດັບທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໃຫ້ແກ່ພະນັກງານ-ສະມາຊິກພັກຂົງເຂດຕ່າງໆອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງ ມີທັດສະນະຫຼັກໝັ້ນ, ຍົກສູງຄວາມສາ ມາດໃນການວິເຄາະວິໄຈບັນຫາຢ່າງມີວິທະຍາສາດ, ຮູ້ນໍາໃຊ້ວິທີວິທະຍາເຂົ້າໃນການນໍາພາ-ຄຸ້ມຄອງ, ວິທີການຝຶກຝົນຫຼໍ່ຫຼອມບຸກຄະລິກຂະພາບຂອງພະນັກງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານໃນໄລຍະໃໝ່.
ຊຸດຮຽນທິດສະດີການເມືອງໃນຄັ້ງນີ້ໄດ້ຄົ້ນຄວ້າຮໍ່າຮຽນທັງໝົດ 10 ວິຊາ ເຊັ່ນ: ປັດຊະຍາ ມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມ ວິຫານ, ທິດສະດີລັດ ແລະ ກົດໝາຍ, ການເມືອງວິທະຍາ, ການຄຸ້ມຄອງບໍລິຫານລັດ, ເຕັກນິກການບໍລິຫານ, ປະຫວັດສາດພັກ ແລະ ກໍ່ສ້າງພັກ ລວມທັງໝົດ 420 ຊົ່ວໂມງ ນັບແຕ່ວັນທີ 12 ກໍລະກົດ ຫາ ວັນທີ 16 ຕຸລາ 2023.
ໂອກາດນີ້ສະຫາຍ ປທ ນາງ ຄຳຫລ້າ ແກ້ວອຸ່ນຄຳ, ຄະນະບໍລິຫານງານພັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເນັ້ນໜັກຫລາຍບັນຫາເພື່ອເປັນທິດທາງໃຫ້ແກ່ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໃນການເຄື່ອນໄຫວວຽກງານໃນຕໍ່ໜ້າ ເປັນຕົ້ນການໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ຢ່າງປະດິດສ້າງ ສະເພາະທິດສະດີມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມູນເຊື້ອຂອງພັກເຮົາ, ທິດສະດີກ້າວໜ້າອື່ນໆ, ແລະ ບົດຮຽນຂອງປະເທດເພື່ອນມິດ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບ, ປະສິດທິຜົນ ເນື່ອງຈາກວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນວຽກງານສຳຄັນໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງເປັນການປະຕິບັດໜ້າທີ່ເປັນກະບອກສຽງອັນແຫຼມຄົນໃນການເຜີຍແຜ່ ແນວທາງນະໂຍບາຍາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນ້ຳໃຈຮັກຊາດ, ຮັກລະບອບໃໝ່, ປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍ, ສົ່ງເສີມໃຫ້ປະຊາຊົນຮູ້ອານຸລັກຮັກສາວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ, ສົ່ງເສີມການທ່ອງທ່ຽວດ້ານຕ່າງໆ ບົນພື້ນຖານເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງກະຊວງ ຖວທ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ນັກສຶກສາຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ນີ້ ຈະເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ເຮັດໃຫ້ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວມີບາດກ້າວໃໝ່ຢ່າງໜັກແໜ້ນ ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IX ແລະ ເພື່ອບັນລຸເປົາໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວວາງອອກໃຫ້ປະກົດຜົນເປັນຈິງ, ນຳເອົາຜົນປະໂຫຍດອັນສູງສົ່ງໃຫ້ແກ່ປະເທດຊາດ ແລະປະຊາຊົນ.
May be an image of 4 people and text