ຫວ່າງມໍ່ໆມານີ້, ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ພົບເຫັນການກະທຳຜິດຂອງເຈົ້າໜ້າທີ່ລັດ ແລະ ໄດ້ນໍາໃຊ້ມາດຕະການກັກຕົວພະນັກງານທີ່ມີສ່ວນກ່ຽວຂ້ອງຢູ່ໃນທະ ນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຈຳນວນ 11 ຄົນ, ຍິງ 5 ຄົນ.
ໃນນີ້, ພະນັກງານຂັ້ນຫົວໜ້າກົມ 3 ຄົນ, ຂັ້ນຫົວໜ້າພະ ແນກ 1 ຄົນ, ຂັ້ນຫົວໜ້າຂະແໜງ 1 ຄົນ, ຂັ້ນຮອງຫົວໜ້າຂະ ແໜງ 2 ຄົນ ແລະ ພະນັກງານວິຊາການ 4 ຄົນ. ໃນຂໍ້ກ່າວຫາ: ການສໍ້ລາດບັງຫຼວງ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ສ້າງຄວາມເສຍຫາຍທາງດ້ານຊັບສິນໃຫ້ແກ່ລັດ.
ປະຈຸບັນ ເຈົ້າໜ້າທີ່ ພວມດໍາເນີນການສືບສວນ-ສອບສວນ ເພີ່ມເຕີມເພື່ອສະຫຼຸບສໍານວນຄະດີສົ່ງຕໍ່ໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານ.
ທີ່ມາ: ວາລະສານກວດກາ



