ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທເດີນທາງເຖິງນະຄອນຫຼວງວຽງຈັນ

Mar 17, 2026

ໃນຕອນແລງຂອງວັນທີ 16 ມີນາ 2026, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 16 – 18 ມີນາ 2026. ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໂດຍການອອກຕ້ອນຮັບຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ລວມທັງພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍໄທ.
May be an image of one or more people and text May be an image of one or more people and text
ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ມີມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ການເຄື່ອນໄຫວສຳຄັນຂອງ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມຣາຊິນີ ແຫ່ງ ລາຊະອານາຈັກໄທ ຄັ້ງນີ້ ນອກຈາກການພົບປະກັບການນຳຂັ້ນສູງຂອງ ສປປ ລາວ ແລ້ວ, ຍັງຈະສະເດັດ ຢ້ຽມຢາມ ສູນພັດທະນາ ແລະ ບໍລິການດ້ານກະສິກໍາ ຫ້ວຍຊອນ-ຫ້ວຍຊົ້ວ, ຢ້ຽມຊົມ ຕໍານັກຜ້າໄໝລາວບູຮານ ແລະ ພິພິທະພັນພະທາດຫຼວງວຽງຈັນ ອີກດ້ວຍ.
No photo description available.
ພາບ: ເກດສະໜາ