ວັນທີ 18 ກັນຍາ 2024 ນີ້ ອົງການພຸດທະສາສະໜາສຳພັນລາວ ແຂວງຫຼວງພະບາງ ນຳໂດຍ ສາທຸ ບົວວັນ ປຸນຍະສາໂຣ ຮອງປະທານ ອົງການພຸດທະສາສະໜາສຳ ພັນລາວ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ຮ່ວມກັບ ອົງການແນວລາວສ້າງຊາດແຂວງຫຼວງພະບາງ ນຳໂດຍ ທ່ານ ບຸນສົມ ຄຸນມະນີ ປະທານແນວລາວສ້າງຊາດແຂວງຫຼວງພະບາງ ໄດ້ເດີນທາງໄປຢ້ຽມຢາມພຣະສົງ-ສາມະເນນ ແລະອອກຕົນຍາດໂຍມຊາວແຂວງຫຼວງນ້ຳທາ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ພ້ອມທັງໄດ້ນຳເອົາວັດຖຸປັດໄຈ, ເຄື່ອງອຸປະໂພກ ແລະບໍລິໂພກ ເຊັ່ນ: ເຂົ້າສານ, ອາຫານແຫ້ງ, ນໍ້າ ດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ເຄື່ອງປຸ່ງແຕ່ງອາຫານ, ເຄື່ອງໃຊ້ຄົວເຮືອນ ແລະອື່ນໆ ລວມມູນຄ່າປະມານ 59,999,999 ກີບ ໄປມອບໃຫ້ອົງການພຸດທະສາສະໜາສຳ ພັນລາວ ແຂວງຫຼວງນ້ຳທາ ເພື່ອແຈກຢາຍມອບໃຫ້ແກ່ພຣະສົງ-ສາມະເນນຢູ່ວັດທີ່ຖືກນ້ຳຖ້ວມ ແລະອອກຕົນຍາດໂຍມທີ່ຖືກນ້ຳຖ້ວມບ້ານເຮືອນ.
ກ່າວຮັບໂດຍ ພຣະອາຈານ ບຸນທັມ ບຸນວົງ ປະທານອົງການພຸດທະສາສະໜາສຳ ພັນລາວ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ





