ພະເເນກອຸດສະຫະກໍາ ເເລະ ການຄ້ານະຄອນຫລວງວຽງຈັນ ສົມທົບກັບອົງການປົກຄອງເມືອງໄຊທານີ ລົງເຄື່ອນໄຫວກວດກາ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເເລະ ປຸກລະດົມຜູ້ປະກອບການ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະບຸນປີໃຫມ່ລາວ ພສ 2568 ຢູ່ຕະຫຼາດລາວ ບ້ານສະພັງມຶກ ນະຄອນຫລວງວຽງຈັນ. ມີ ທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງໆໄຊທານີ, ທ່ານ ນ ໄຊນາລອນ ຈຸນດາຣ ຮອງຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມີຄະນະຈັດສັນຕະຫລາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນ ໄຊນາລອນ ຈຸນດາຣ ໃຫ້ຮູ້ວ່າ: ການລົງເຮັດວຽກໃນຄັ້ງນີ້ ເພື່ອເຄື່ອນໄຫວກວດກາ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ພາຍໃນຕະຫຼາດລາວ ເພື່ອຊຸຍູ້ໃຫ້ຊາວຄ້າຂາຍມີຄວາມຕື່ນຕົວເປັນເຈົ້າການຮ່ວມກັນ, ການຕິດປ້າຍລາຄາສີນຄ້າເປັນເງີນກີບ, ການຮັກສາຄວາມສະອາດຢູ່ພາຍໃນຕະຫລາດ, ເປັນການຊຸກຍູ້ໃຫ້ຊາວຄ້າຂາຍພາຍໃນຕະຫຼາດລາວມີຄວາມຕື່ນຕົວ ບໍ່ສວຍໂອກາດຂື້ນລາຄາສີນຄ້າຕາມລໍາພັງໃຈໃນໂອກາດສະເຫລີມສະຫຼອງສົ່ງທ້າຍປີເກົ່າ ພສ 2567 ຕ້ອນຮັບປີໃຫມ່ລາວ ພສ 2568 ທີ່ຈະມາເຖິງນີ້.







