ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ວາງຫລາຍມາດຕະການໄວ້ແລ້ວ ເພື່ອປ້ອງກັນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນໄລຍະສະເຫລີມສະຫລອງບຸນປີໃໝ່ຂອງພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນ.

Jan 25, 2025

ທ່ານ ສໍາເລັດ ເພັດພອນສັກ, ຫົວໜ້າຂະແໜງການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ນະ ຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການເລກທີ 2037/ພອຄ.ນວ.ຄພນ, ລົງວັນທີ 29 ພະຈິກ 2024 ກ່ຽວກັບການຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈໃນໄລຍະບຸນປີໃໝ່ຊາວຫວຽດນາມ ແລະຊາວຈີນ, ຜູ້ປະກອບການທຸລະກິດ, ຊາວຄ້າ-ຂາຍຕ້ອງນໍາເອົາສິນຄ້າຂອງຕົນອອກມາຈໍາໜ່າຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາ ຕາມລໍາພັງໃຈ, ສິນຄ້າທີ່ນໍາມາວາງຈໍາໜ່າຍຕ້ອງຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ໃຫ້ຕິດລາຄາສິນຄ້າເປັນເງິນກີບ, ບໍ່ໃຫ້ນໍາເອົາສິນຄ້າເສຍຄຸນ ຫຼື ໝົດອາຍຸ ແລະ ບໍ່ຕິດສະຫຼາກເປັນພາສາລາວມາວາງຈໍາໜ່າຍ, ສ່ວນການຈໍາໜ່າຍກະຕ່າຂອງຂວັນ, ກະຕ່າອວຍພອນແມ່ນໃຫ້ຜູ້ປະກອບການຂຽນທີ່ຢູ່ ພ້ອມເບີໂທລະສັບຂອງຮ້ານຕິດໃສ່ເພື່ອສະດວກໃນການພົວພັນ ແລະ ປະສານງານຂອງເຈົ້າໜ້າທີ່ ແລະ ອື່ນໆ.
ທ່ານໃຫ້ຮູ້ຕື່ມວ່າ: ສໍາລັບມາດຕະການຈັດຕັ້ງປະຕິບັດຕົວຈິງ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄະນະຕິດຕາມກວດກາລາຄາສິນຄ້າ ໂດຍແບ່ງອອກເປັນ 4 ຈຸ ເພື່ອເຄື່ອນໄຫວຮ່ວມກັບຫ້ອງການທີ່ກ່ຽວຂ້ອງຢູ່ 5 ຕົວເມືອງ ຄື: ສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະ ເມືອງໄຊທານີ ລົງສົມທົບກັບບັນດາຕະຫລາດທີ່ສໍາຄັນເພື່ອກວດກາສະພາບການຈໍາໜ່າຍສິນຄ້າຕາມທີ່ກໍານົດໄວ້.
ຄຽງຄູ່ກັນນີ້, ຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເຄື່ອນໄຫວຕິດຕາມສະພາບການຂາຍເຄື່ອງໄຫວ້ຕ່າງໆ ເພື່ອບໍ່ໃຫ້ຂາຍເຄື່ອງຊະຊາຍຢູ່ຕາມແຄມທາງໂດຍສະເພະຢູ່ເຂດບ້ານໂພນໄຊ, ເມືອງໄຊເສດຖາ ແລະ ຈຸດອື່ນໆ.
ພ້ອມນີ້ ທ່ານຍັງຢືນຢັນວ່າ: ຈະມີມາດຕະການຕໍ່ຊາວຄ້າຂາຍ ກໍຄື ຜູ້ລະເມີດລະບຽບການທີ່ວາງອອກ, ເລີ່ມຈາກການກ່າວເຕື່ອນຈົນເຖີງຂັ້ນການປັບໄໝຕາມຄວາມເໝາະສົມໃນແຕ່ລະກໍລະນີ.
May be an image of text