ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະແນກ ຖວທ ນວ ກຽມອາຫານ ລົງແຈກຢາຍໃຫ້ຄອບຄົວຜູ້ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ

Sep 14, 2024

ຕອນຄ່ຳຂອງວັນທີ 14 ກັນຍາ 2024 ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ນໍາພາພະນັກງານວິຊາການໃນຂົງເຂດຄວາມຮັບຜິດຊອບ ກະກຽມເຂົ້າກ່ອງຫລາຍກວ່າ 400 ກ່ອງ ທີ່ໄດ້ຮັບການສະໜັບສະໜູນຈາກຮ້ານສູນລວມອາຫານລາວ ເພື່ອລົງແຈກຢາຍໃຫ້ແກ່ຄອບຄົວປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຂອບເຂດ ນະຄອນຫຼວງ ວຽງຈັນ ແລະ ມື້ອື່ນວັນທີ 15 ກັນຍາ 2024 ຈະລົງແຈກຢາຍຕື່ມອີກຈຳນວນ 500 ກ່ອງ ທັງນີ້ກໍເພື່ອເປັນການຊ່ວຍເຫລືອ ແລະ ສ້າງກຳລັງໃຈໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ.
ຂ່າວ: ຈັນທະຫວິນ