ວັນທີ 11 ມີນາ 2025, ທ່ານ ນາງ ມະນີຈັນ ທໍາມະວົງ ພັນລະ ຍາ ທ່ານເຈົ້າແຂວງ ບໍລິຄໍາໄຊ ພ້ອມດ້ວຍພັນລະຍາການນໍາຂອງແຂວງ ແລະ ເມືອງ ໄດ້ມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວໃຫ້ຄອບຄົວທຸກຍາກ ແລະ ຄອບຄົວອານະຖາໃຫ້ກັບ 03 ບ້ານກຸ່ມບ້ານນໍ້າອ້ອນ, ໂຮງຮຽນ, ໂຮງໜໍຂອງເມືອງ ໄຊຈໍາພອນ.
ເຄື່ອງທີ່ມອບແມ່ນເຄື່ອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ ພ້ອມ ທັງໄດ້ມອບເງີນປະກອບສ່ວນສົມທົບທຶນບູລະນະວັດວາອາລາມ ບ້ານນໍ້າອ້ອນ ເປັນຈໍານວນເງີນ 5.000.000 ກີບ, ປະກອບສ່ວນສົມທົບທຶນຊື້ປູນຊີມັງເທທາງເບຕົ່ງບ້ານວັງບານ ປູນ 05 ໂຕ່ນເປັນມູນຄ່າ 11.000.000 ກີບ ແລະ ບ້ານໂພນຄໍາ ປູນ 05 ໂຕ່ນ ເປັນມູນຄ່າ11.000.000 ກີບ
ຂ່າວ: ແກ້ວອຸດອນ
ພາບ: ຫ້ອງວ່າການ







