ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພັນລະຍາປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນສະຫະພັນແມ່ຍິງ ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ

Dec 17, 2024

ວັນທີ 17 ທັນວາ 2024 ທີ່ທໍານຽບປະທານປະເທດ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ເຊິ່ງນໍາໂດຍທ່ານ ນາງ ຫວູ ທິ ບິກ ຫງ໋ອກ ພັນລະຍາທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ.
ທ່ານ ນາງ ນາລີ ສີສຸລິດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເວົ້າລວມ ເວົ້າສະເພາະ ກໍແມ່ນການເຮັດວຽກຮ່ວມກັບສະຫະພັນແມ່ຍິງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫະ ພັນແມ່ຍິງກະຊວງການຕ່າງປະເທດແຫ່ງ ສສ.ຫວຽດນາມ ເຊິ່ງເປັນບາດ ກ້າວທີ່ສໍາຄັນໃນການຍົກສູງການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃຫ້ເລິກເຊິ່ງ ກວ້າງຂວາງ ມີໝາກຜົນຍິ່ງໆຂຶ້ນ ທັງເປັນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ.
ໂອກາດນີ້ ທ່ານ ນາງ ຫວູ ທິ ບິກ ຫງ໋ອກ ຕາງໜ້າໃຫ້ກັບຄະນະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ນາລີ ສີສຸລິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກນັ້ນ ກໍໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກໃຫ້ກັບທ່ານ ນາງ ນາລີ ສີສຸລິດ ໄດ້ຮັບຊາບອີກດ້ວຍ.
ທີ່ມາ: ວຽງຈັນໃໝ່