ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພັນລະຍາຜູ້ນຳອາຊຽນ ຢ້ຽມຊົມສະຖານທີ່ທ່ອງທ່ຽວໃນນະຄອນຫລວງວຽງຈັນ

Oct 10, 2024

ໃນວັນທີ 10 ຕຸລາ 2024 ນີ້, ບັນດາພັນລະຍາຂອງຜູ້ນຳອາຊຽນ ແລະ ຜູ້ນໍາປະເທດອື່ນໆ ທີ່ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ລົງຢ້ຽມຊົມຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ, ຫໍວາງສະແດງສິນສາຍໄໝ ແລະ ຜ້າແພພື້ນເມືອງຂອງຄົນລາວບັນດາເຜົ່າ ຢູ່ນະຄອນຫລວງວຽງຈັນ, ນໍາພາຄະນະໂດຍ ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ການລົງຢ້ຽມຊົມ ຫໍພິພິຕະພັນວຽງຈັນສິລະປະຮ່ວມສະໄໝ ໂດຍໄດ້ຮັບການຕ້ອນຂອງ ທ່ານ ພິຊິດ ໄຊຍະທິດ ຜູ້ອຳນວຍການຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເຊິ່ງຫໍພິພິທະພັນແຫ່ງນີ້, ເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນາທຳຂອງນະຄອນຫລວງວຽງຈັນ, ເປັນບ່ອນເຕົ້າໂຮມສິລະປະການແກະສະຫລັກ, ຮູບຄວັດໂດຍໄມ້ ທີ່ໄດ້ມາຈາກທົ່ວປະເທດ ການຄວັດ ແລະ ແກະສະຫລັກແມ່ນເປັນສີມືຂອງຄົນລາວ. ນອກນີ້, ຍັງໄດ້ນຳເອົາຜົນງານຂອງຕ່າງປະເທດ ມາສະແດງ ຕື່ມອີກ.
ຈາກນັ້ນ, ໄດ້ໄປຢ້ຽມຊົມຫໍວາງສະແດງສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໂດຍການ ຕ້ອນຮັບຂອງ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ CNP ສຳຫລວດ ແລະ ຂຸດຄົ້ນບໍ່ແຮ່, ເປັນອີກສະຖານໜຶ່ງ ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອດ້ານຫັດຖະກຳຕ່ຳຫູກ ທໍໄໝ ຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງມ້ອນ ຜະລິດເສັ້ນໄໝຍ້ອມສີ ແລະ ຕໍ່າເປັນລວດລາຍຫລາກຫລາຍມາຢ່າງໜ້ອຍໄດ້ 5.000 ປີແລ້ວ. ດັ່ງນັ້ນ, ປີ 1992 ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງການອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູການລ້ຽງມ້ອນສາວໄໝ, ອາຊີບເຮັດຫູກທໍໄໝ ແລະ ຫັດຖະກຳອື່ນໆ ຂອງແມ່ຍິງລາວ, ທັງເປັນບ່ອນສະສົມຜ້າອາພອນທີ່ມີດອກດວງລວດລາຍອັນປານີດ ທີ່ໄດ້ມາຈາກສີໄມ້ລາຍ ມືອັນເປັນເອກະລັກຂອງແມ່ຍິງລາວບັນດາເຜົ່າ. ຫລັງຈາກນັ້ນ, ກໍໄດ້ໄປຢ້ຽມຊົມງານວາງສະແດງຜ້າແພພື້ນເມືອງລາວ ຢູ່ເຮືອນຮັບແຂກຫໍຄຳ ຕື່ມອີກ.
ພາບ: ທະນູທອງ