ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພັນລະຍາຫົວໜ້າຄະນະຜູ້ແທນ ໄອປາ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ວັດທະນະທຳ ຢູ່ ນວ

Oct 22, 2024

ລະຫວ່າງວັນທີ 19-21 ຕຸລາ 2024 ຜ່ານມາ, ບັນດາພັນລະຍາຂອງຫົວໜ້າຄະນະຜູ້ແທນລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນ ແລະ ປະເທດອື່ນໆ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນດ້ານວັດທະນະທຳ ຢູ່ນະຄອນຫລວງວຽງຈັນ(ນວ) ເຊິ່ງນໍາພາໂດຍ ທ່ານ ນາງ ວິພາວັນ ພົມວິຫານ ພັນລະຍາທ່ານປະທານສະພາແຫ່ງຊາດລາວ, ປະທານໄອປາ 45.
ພາຍຫລັງເຂົ້າຮ່ວມພິທີເປີດ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ຢ່າງເປັນທາງການ, ບັນດາພັນລະຍາຫົວໜ້າຄະນະຜູ້ແທນໄອປາ ໄດ້ໄປຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມສະພາແຫ່ງຊາດ, ສະຖາປັດຕະຍະກຳເກົ່າແກ່ພະທາດຫລວງວຽງຈັນ, ສູນວາງສະແດງຫັດຖະກຳສິນຄ້າໂອດັອບ ຈໍາປາລ້ານຊ້າງ, ສູນວາງສະແດງ ແຜ່ນແພພື້ນເມືອງລາວ (ເຮືອນຂາວ ຂ້າງຫໍຄໍາ). ຈາກນັ້ນ, ໄປຢ້ຽມຊົມຫໍວາງສະແດງສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ເຊິ່ງເປັນອີກສະຖານທີ່ໜຶ່ງທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນເພື່ອສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອດ້ານຫັດຖະກຳຕ່ຳຫູກ-ທໍໄໝຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງມ້ອນຜະລິດເສັ້ນໄໝຍ້ອມສີທຳມະຊາດ ແລະ ຕໍ່າເປັນລວດລາຍຫລາກຫລາຍ ມາເປັນເວລາຢ່າງໜ້ອຍ 5 ພັນປີ. ດັ່ງນັ້ນ, ໃນປີ 1992 ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງການອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ພື້ນຟູການລ້ຽງມ້ອນສາວໄໝ, ອາຊີບເຮັດຫູກທໍໄໝ ແລະ ຫັດຖະກຳອື່ນໆຂອງແມ່ຍິງລາວ, ທັງເປັນບ່ອນສະສົມຜ້າອາພອນທີ່ມີດອກດວງລວດລາຍອັນປານີດ ທີ່ໄດ້ມາຈາກສີໄມ້ລາຍມືອັນເປັນເອກະລັກຂອງ ແມ່ຍິງລາວບັນດາເຜົ່າ.
ໃນໂອກາດນີ້, ທ່ານ ນາງ ວິພາວັນ ພົມວິຫານ ພ້ອມດ້ວຍຄະນະພັນລະຍາການນຳສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີລາວ ແລະ ງານລ້ຽງອາຫານທ່ຽງ ຢູ່ໂຮງແຮມ ດັບເບິນທຣີ ບາຍ ຮິວຕັນ ເພື່ອເປັນສິລິມຸງຄຸນແກ່ຄະນະພັນລະຍາຜູ້ແທນຕ່າງປະເທດນໍາອີກ.
ຂ່າວ: ໄຊໂສພາພອນ ມິ່ງມຸງຄຸນ