ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພັນລະຍາເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ພັນລະຍາອະດີດການນໍາຫວຽດນາມ ແລະ ຢ້ຽມຢາມໝູ່ບ້ານເດັກກໍາພ້າ ເບີລາ

Sep 12, 2024

ໃນໂອກາດຕິດຕາມ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ເດີນທາງຢ້ຽມຢາມລັດຖະກິດ ທີ່ ສສ. ຫວຽດນາມ ໃນວັນທີ 10-13 ກັນຍາ 2024, ສະຫາຍ ນາງ ນາລີ ສີສຸລິດ, ພັນລະຍາ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນ ໄຫວຢ້ຽມຢາມ ພັນລະຍາ ອະດີດການນໍາ ສສ. ຫວຽດນາມ ແລະ ຢ້ຽມຢາມໝູ່ບ້ານເດັກກໍາພ້າ ເບີລາ.
ໃນຕອນເຊົ້າຂອງວັນທີ 10 ກັນຍາ 2024, ສະຫາຍ ນາງ ນາລີ ສີສຸລິດ ແລະ ຄະນະ ໄດ້ໄປຢ້ຽມຢາມ ສະຫາຍ ນາງ ໂງ ທິ ເມິ້ນ, ພັນລະຍາ ສະຫາຍ ຫງວຽນ ຝູ ຈ້ອງ, ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ທີ່ ນະຄອນຫຼວງຮ່າໂນ້ຍ. ໃນໂອກາດນີ້, ສະຫາຍ ນາງ ນາລີ ສີສຸລິດ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ສະຫນິດສະຫນົມ, ຮັກແພງແບບຄອບຄົວໄປຍັງ ສະຫາຍ ນາງ ໂງ ທິ ເມິ້ນ ພ້ອມດ້ວຍຄອບຄົວ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ນາງ ນາລີ ສີສຸລິດ ກໍ່ໄດ້ເຄື່ອນໄຫວຮ່ວມກັບ ສະຫາຍ ນາງ ໂງ່ ເຟືອງ ລີ, ພັນລະຍາ ສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ. ຫວຽດນາມ ເພື່ອຢ້ຽມຢາມໝູ່ບ້ານເດັກກໍາພ້າ ເບີລາ ຢູ່ທີ່ ນະ ຄອນຫຼວງຮ່າໂນ້ຍ. ໃນໂອກາດດັ່ງກ່າວ, ສອງພັນລະຍາການນໍາ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມງານກິດຈະກໍາໃນງານໄຫວ້ພະຈັນ, ຊົມການສະແດງ, ມອບຂອງຂັວນໃຫ້ແກ່ເດັກນ້ອຍ ລວມທັງມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໝູ່ບ້ານດັ່ງກ່າວ ເພື່ອປະກອບສ່ວນໃນການສົ່ງເສີມການຮຽນຮູ້ ແລະ ການຈະເລີນເຕີບໂຕຂອງເດັກກໍາພ້າທີ່ອາໄສຢູ່ໝູ່ບ້ານດັ່ງກ່າວ ເພື່ອອະນາຄົດທີ່ສົດໃສຂອງເຂົາ ເຈົ້າ.
ໝູ່ບ້ານເດັກກໍາພ້າ ເບີລາ ຮ່າໂນ້ຍ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1987, ເຊິ່ງໃນຕະຫຼອດໄລຍະ 30 ກວ່າປີຜ່ານມາ ໝູ່ບ້ານເດັກກໍາພ້າດັ່ງກ່າວ ໄດ້ຮັບລ້ຽງດູເດັກກໍາພາຫຼາຍກວ່າ 500 ຄົນ. ຢູ່ໝູ່ບ້ານດັ່ງກ່າວ, ເດັກນ້ອຍໄດ້ຮັບການລ້ຽງດູແບບຄອບຄົວ ແບບພໍ່ແມ່ອ້າຍເອື້ອຍນ້ອງ, ພ້ອມທັງໄດ້ຮັບການຮັບປະກັນໃຫ້ໄດ້ເຂົ້າໂຮງຮຽນຕາມເກນອາຍຸທີ່ກໍານົດ ແລະ ຍັງສາມາດຮຽນຮູ້ວິຊາຊີບຢູ່ສູນຕ່າງໆອີກດ້ວຍ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
May be an image of 9 people and text
May be an image of text