ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ນາງ ນາລີ ສີສຸລິດ ພັນລະຍາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ປະທານທີ່ປຶກສາກິດຕິມະສັກສະມາ ຄົມຫັດຖະກຳລາວ, ໃນຕອນແລງຂອງວັນທີ 3 ພະຈິກ 2024, ສະຫາຍ ນາງ ໂງ ເຟືອງ ລີ (Ngo Phuong Ly), ພັນລະຍາ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນ ທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ເພື່ອມາເຂົ້າຮ່ວມກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ແລະ ຢ້ຽມຢາມ ສປປ ລາວ ແຕ່ວັນທີ 3-6 ພະຈິກ 2024 ໂດຍມີ ສະຫາຍ ນາງ ອາລຸນີ ກົມມະສິດ ພັນລະຍາ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ການມາຢ້ຽມຢາມຄັ້ງນີ້, ສະຫາຍ ນາງ ໂງ ເຟືອງ ລີ ຈະເຂົ້າ ຮ່ວມເປັນແຂກກິຕິມະສັກໃນພິທີເປີດ ແລະ ພິທີປິດ ກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນ ຄັ້ງທີ 9 ທີ່ນະຄອນຫລວງວຽງຈັນ, ພ້ອມນັ້ນ ຄະນະ ກໍຈະໄປຢ້ຽມຢາມ ສະມາ ຄົມແມ່ຍິງຄົນພິການ, ຢ້ຽມຊົມສະຖານທີ່ທ່ອງທ່ຽວ, ພິພິທະພັນທາງວັດທະນະທຳ, ວັດວາອາຮາມ ແລະ ສູນຫັດຖະກຳ ຂອງ ສປປ ລາວ ອີກຈຳນວນໜຶ່ງ.





