ໃນທ້າຍອາທິດທີ່ຜ່ານມານີ້ຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ ໄດ້ລົງຕິດຕາມ ແລະ ຊຸກຍູ້ກຸ່ມປູກໜາກເຜັດບ້ານຫ້ວຍເເຫ່ ເມືອງສຸຂຸມາ ເພື່ອສົ່ງອອກຕ່າງປະເທດ ໂດຍຈຸດປະສົງກໍເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດພືດເປັນສິນຄ້າ ຕາມທິດກະສິກຳສະອາດ ແລະ ຕິດພັນກັບການສ້າງເສດຖະກິດໃຫ້ກັບປະຊາຊົນ. ພະແນກກະສິກຳ ແລະ ປ່າໄມ້ ໄດ້ປະສານຮ່ວມມືກັບກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງເຜີຍແຜ່ ແລະ ແນະນຳ ກ່ຽວກັບການຜະລິດໝາກເຜັດເປັນສິນຄ້າ ຕາມທິດກະສິກຳສະອາດນັບແຕ່ປີ 2021 ເປັນຕົ້ນມາ ຈົນມາເຖິງປີ 2023 ກໍ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກດ້ານການຄ້າ ໃຫ້ກັບຜູ້ປະກອບການ ທີ່ມີຄວາມຕ້ອງການສົ່ງອອກພືດຜັກໄປຈໍາໜ່າຍໃນກຸ່ມປະເທດ ອີຢູ ເຊັ່ນ : ການຂຶ້ນທະບຽນພື້ນທີ່ການຜະລິດ ແລະ ສະຖານທີ່ຫຸ້ມຫໍ່ ແລະ ໃຫ້ການຢັ້ງຢືນເປັນຜູ້ສົ່ງອອກພືດຜັກຈາກ ສປປ ລາວ, ຊຸກຍູ້ໃຫ້ຜູ້ປະກອບການເຮັດສັນຍາ ສົ່ງເສີມປູກ ແລະ ເກັບຊື້ ລະຫວ່າງ ຜູ້ປະກອບການ ແລະ ຊາວກະສິກອນ ຢູ່ 2 ເມືອງ ຄື : ເມືອງ ປາກຊ່ອງ ມີ 3 ຈຸດ ຄື : 1. ກຸ່ມຜະລິດຜັກບ້ານຫ້ວຍເສດ 12 ເຮັກຕາ, 2. ບ້ານ ນ້ຳປົດ ລວມ 3 ເຮັກຕາ, 3. ບ້ານ ຫ້ວຍກອງ 6 ເຮັກຕາ ແລະ ເມືອງ ສຸຂຸມາ ມີ 1 ຈຸດ ຄື : ບ້ານ ຫ້ວຍແຮ່ 10 ເຮັກຕາ ເຊິ່ງໃນປີໜຶ່ງ ສາມາດສົ່ງອອກໝາກເຜັດສົດທີມີຄຸນນະພາບ ແລະ ຖືກຕ້ອງຕາມເງື່ອນໄຂ ການສົ່ງອອກໄປ ອີຢູ ປະມານ 20 ກວ່າໂຕນ ຫຼື ປະມານ ອາທິດລະ 400-500 ກິໂລກຼາມ (ປີໜຶ່ງສາມາດມີຜົນຜະລິດໄດ້ 38-40 ອາທິດ).
ພ້ອມດຽວກັນນັ້ນ ໃນທຸກໆ ການສົ່ງອອກແຕ່ລະຄັ້ງ ທາງພະແນກກະສິກຳ ແລະ ປ່າໄມ້ ໄດ້ລົງກວດກາຊຸດສິນຄ້າທຸກຄັ້ງ ເພື່ອຮັບປະກັນດ້ານຄຸນນະພາບຂອງສິນຄ້າ ແລະ ໄດ້ລົງຕິດຕາມ ພື້ນທີ່ປູກເປັນແຕ່ລະໄລຍະເຊັ່ນ : ການສຸ່ມກວດກາຫາສານພິດຕົກຄ້າງ, ການວາງກັບດັກແມງໄມ້ສັດຕູພືດ ແລະ ການຕິດຕາມພະຍາດສັດຕູພືດ.
ມາເຖິງປັດຈຸບັນ ເຫັນວ່າສະພາບຊີວິດການເປັນຢູ່ຂອງຊາວກະສິກອນ ຜູ້ປູກໝາກເຜັດ ດີຂຶ້ນກວ່າເກົ່າ ມີຄວາມໝັ້ນຄົງດ້ານຕະຫຼາດ ແລະ ລາຄາ ແຕ່ຢ່າງໃດກໍ່ຕາມ ໃນໄລຍະຜ່ານມາກໍ່ເຫັນວ່າພົບບັນຫາການລະບາດຂອງພະຍາດສັດຕູພືດ ເປັນແຕ່ລະໄລຍະ ແລະ ບັນຫາປັດໄຈການຜະລິດທີ່ມີລາຄາສູງ ເນື່ອງຈາກບັນຫາຄ່າເງິນກີບອ່ອນຄ່າ.
ຂ່າວ-ພາບ: ມຸກດາວັນ







