ກອງປະຊຸມປຶກສາຫາລືຮ່ວມ ລະຫວ່າງພາກລັດ ແລະ ເອກະ ຊົນລາວ-ຍີ່ປຸ່ນຄັ້ງທີ 4 ລະຫວ່າງ ແຂວງຈຳປາສັກ ແລະ ສະຖານທູດຍິປຸ່ນ ປະຈຳລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນປະຈຳລາວ ສາຂາປາກເຊ ຈັດຂື້ນທີ່ຫ້ອງວ່າການແຂວງ ໃນວັນທີ 17 ກຸມພາ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ຊິໂຕໂມະ ໂຄອິ ຊືມິ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສະຖານ ທູດຍີ່ປຸ່ນປະຈໍາ ສປປ ລາວ.
ກອງປະຊຸມໄດ້ປຶກສາຫາລືຮ່ວມກັນ 5 ຫົວຂໍ້ສຳຄັນ ຄື: ການ ປັບປຸງຂັ້ນຕອນການອອກວິຊາຫຼາຍປະເພດ.ການປັບປຸງເສັ້ນ ທາງຫຼວງເລກທີ 13 ໃຕ້ (ຊ່ວງໄລຍະ ແຕ່ ຫຼັກ 8 ຫາ ຫຼັກ 19, ເມືອງປະທຸມພອນ),ການຫລຸດຜ່ອນບັນຫາໄຟຟ້າດັບ,ການແຈ້ງມອບພັນທະອາກອນຕ່າງໆ 100% ຜ່ານລະບົບTAXRIS. ແລະ ການປັບປຸງລະບົບການບໍລິການປະຕູດຽວ.
ຈຸດປະສົງຂອງກອງປະຊຸມພື່ອຮ່ວມກັນຊອກຊ່ອງທາງແກ້ໄຂບັນຫາທີ່ຍົກຂຶ້ນມາຄົ້ນຄ້ວາ ກໍຄືອໍານວຍຄວາມສະດວກໃຫ້ແກ່ນັກທຸລະກິດຍິປຸ່ນທີ່ມາລົງທຶນຢູ່ແຂວງຈຳປາສັກ, ເປັນການຊຸກ ຍູ້ສົ່ງເສີມການຄ້າ,ການລົງທຶນ,ການທ່ອງທ່ຽວ ແລະ ລວມທັງການປະກອບເອກະສານເຂົ້າອອກປະເທດໃຫ້ມີຄວາມສະດວກຫຼາຍຂຶ້ນກ່ວາເກົ່າ.
Cr: ເກດສະໜາ





