ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສັງຄົມ ຮ່ວມກັນຮັບມື ແລະ ຕອບໂຕ້ໄພພິບັດລາວ

Mar 8, 2025

ພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການການມີສ່ວນຮ່ວມຂອງພາກເອກະຊົນ, ພາກລັດ ແລະ ອົງການຈັດຕັ້ງສັງຄົມ ໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດຢູ່ໃນລາວ ລະຫວ່າງກົມສັງຄົມສົງເຄາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ສະມາຄົມສຸຂະພາບຊຸມຊົນ ແລະ ການມີສ່ວນຮ່ວມ ຈັດຂຶ້ນໃນວັນທີ 7 ມີນານີ້ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ.
ໂຄງການນີ້, ຖືວ່າເປັນໄລຍະສອງ ຊຶ່ງໄລຍະທີ 1 ແມ່ນໄດ້ມີການສະໜັບສະໜູນພາຍໃຕ້ຊື່ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືຂອງບັນດາຜູ້ມີສ່ວນ ຮ່ວມໃນການກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດຢູ່ລາວ ແລະ ຊຸກຍູ້ໃນການສ້າງກົນໄກ 3 ຝ່າຍໃນວຽກງານການຄຸ້ມຄອງໄພພິບັດຄື LDPP. ການລົງນາມຄັ້ງນີ້, ສືບຕໍ່ໂຄງການໄລຍະສອງ ຊຶ່ງມີຄວາມສໍາຄັນຫຼາຍໃນການສືບຕໍ່ຊຸກຍູ້ກົນໄກ 3 ຝ່າຍຄື: ພາກລັດ, ພາກເອກະຊົນ ແລະ ພາກອົງການຈັດຕັ້ງສັງຄົມ ໃນວຽກງານການຄຸ້ມ ຄອງໄພພິບັດ ໂດຍສະເພາະການສົ່ງເສີມຊຸກຍູ້ສ້າງຄວາມເຂັ້ມແຂງທາງດ້ານນິຕິກຳ ຫຼື ກົນໄກມີຄວາມສຳຄັນ ຊຶ່ງເປັນການສະໜັບສະໜູນຊ່ວຍເຫຼືອລັດຖະບານລາວ ເພື່ອເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ, ເຕັກນິກວິຊາການໃນວຽກງານຕ່າງໆ ຜ່ານການປະຕິບັດຕົວຈິງ ໂດຍສະເພາະຢູ່ເຂດທີ່ມີິຄວາມສ່ຽງ ແລະ ບ່ອນທີ່ຍັງບໍ່ທັນມີຄວາມເຂັ້ມແຂງໄດ້ຮັບການຍົກລະດັບຄວາມອາດສາມາດຂຶ້ນເທື່ອລະກ້າວ.
ສໍາລັບກິດຈະກຳຫຼັກຂອງໂຄງການ: ເພື່ອສົ່ງເສີມການມີສ່ວນຮ່ວມໃຫ້ແກ່ອົງ ການຈັດຕັ້ງລະດັບຂັ້ນສູນກາງ, ຊຸມຊົນ ເພື່ອກຽມພ້ອມຮັບມືກັບໄພພິບັດໂດຍການຮ່ວມມື ແລະ ການມີສ່ວນຮ່ວມຈາກພາກເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ພາກລັດ, ລວມໄປເຖິງຊຸມຊົນຜູ້ຢູ່ໃນພື້ນທີ່ທີ່ມີຄວາມສ່ຽງຕໍ່ໄພພິບັດ; ສ້າງຄວາມອາດສາມາດໃຫ້ກັບບັນດາພາກສ່ວນເອກະຊົນ, ບັນດາອົງການຈັດຕັ້ງສັງຄົມ ແລະ ກົມສັງຄົມສົງເຄາະກະຊວງ ຮສສ ເປັນການທົດລອງເພື່ອຄົ້ນຄວ້າພື້ນທີ່ເປົ້າ ໝາຍທີ່ເໝາະສົມໃນການເຝົ້າລະວັງ, ປຸກລະດົມເພື່ອຕ້ານໄພພິບັດໃຫ້ແກ່ຊຸມຊົນ. ຜູ້ໃຫ້ທຶນໂດຍມູນນິທິບິວແອນເມລິນດາ ເກດ ຟາວເດເຊິນ ມູນຄ່າໂຄງການ 150,000 ໂດລາ ຊຶ່ງມີໄລຍະການຈັດຕັ້ງປະຕິບັດຂອງໂຄງການ ເລີ່ມແຕ່ມື້ໄດ້ຮັບອະນຸມັດຈົນເຖິງວັນ ທີ 31 ມີນາ 2026.
ຂ່າວ-ພາບ: ວັນເພັງ