ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ໃນຕອນບ່າຍວັນທີ 7 ມິຖຸນາ 2023 ທີ່ມະຫາວິທະຍາໄລແຫ່ງຊາດໂດຍການເຂົ້າຮ່ວມ ຂອງທ່ານ ໂພໄຊ ເທບວິໄລວົງ ຮອງຄະນະບໍດີ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ທ່ານ ນາງ ສົມສະໜຸກ ດາລາວົງ ຫົວໜ້າພາກວິຊາພາສາຈີນ ຕະຫຼອດຮອດຄູອາຈານ ແລະ ນັກສືກສາເຂົ້າຮ່ວມ.

ທ່ານ ນາງ ສົມສະໜຸກ ດາລາວົງໃຫ້ສຳພາດວ່າ ຈຸດປະສົງການຈັດງານແຂ່ງຂັນຮ້ອງເພງຈີນໃນຄັ້ງນີ້ເປັນກິດຈະກຳໜຶ່ງທີ່ສຳຄັນ ເພື່ອເຮັດໃຫ້ນັກສືກສາທີ່ຮຽນພາສາຈີນຮູ້ຈັກວັດທະນາທຳຈີນລວມທັງເປັນການແລກປ່ຽນວັດທະນະທຳຈີນ ແລະ ວັດທະນະທຳຂອງລາວອີກດ້ວຍ.

ທ່ານ ນາງ ສົມສະໜຸກ ດາລາວົງ ໃຫ້ຮູ້ຕື່ມວ່າ ການແຂ່ງຂັນ ຮ້ອງເພງຈີນຄັ້ງນີ້ມີຜູ້ສະໝັກທັງໝົດ 37 ຄົນ ແລະ ເລືອກເອົາ 15 ຄົນ ໃນຮອບຊິງຊະນະເລີດ ຜົນການແຂ່ງຂັນ ລາງວັນຊະນະເລີດໄດ້ແກ່ ນາງ ຢືວື ໄດ້ຮັບເງີນສົດ 2.000.000 ກີບ ລາງວັນຮອງຊະນະເລີດ ມີ 3 ຄົນຄື: ທ້າວ ເຢີເລົາ, ນາງ ດອກເກ ແລະ ນາງ ໄມກື ໄດ້ຮັບເງີນສົດ 1.500.000 ກີບ ແລະ ລາງວັນຮອງຊະນະເລີດອັນດັບສອງ ມີ 5 ຄົນໄດ້ຮັບເງີນສົດ 1.000.000 ກີບ ແລະ ລາງວັນຊົມເຊີຍມີ 6 ຄົນ ໄດ້ຮັບເງີນສົດ 500.000 ກີບ