ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາກສ່ວນກ່ຽວຂ້ອງ​ ເອົາໃຈໃສ່ສະກັດກັ້ນໄຟໃໝ້ລາມປ່າ ເຂດບ້ານສ່າເຫຼົ້າ ຕໍ່ໃສ່ບ້ານຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກ

Apr 1, 2025

ບ່າຍວັນທີ 30 ມີນາ 2025 ທີ່ຜ່ານມາ​,​ ໄດ້ເກີດເຫດໄຟໃໝ້ລາມປ່າ ເຂດບ້ານສ່າເຫຼົ້າ ຕໍ່ໃສ່ບ້ານຄັນແຍງ (ພູສ່າເຫຼົ້າ) ເມືອງໂພນທອງ ແຂວງຈໍາປາສັກ. ສະພາບໄຟປ່າຄັ້ງນີ້ເກີດຈາກພໍ່ແມ່ປະຊາຊົນຂຶ້ນ​ໄປທໍາມາຫາກິນ ແລະ ມີການຈູດປ່າ​ ເຮັດໃຫ້ໄຟເກີດລຸກລາມເປັນວົງກວ້າງ.​ ຕໍ່ສະພາບການດັ່ງກ່າວ ພະແນກ ກະສິກຳແລະ ປ່າໄມ້ແຂວງ​ ໄດ້ສົມທົບກັບ​ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂພນທອງ ເພື່ອຂຶ້ນ​ດັບມອດທັນທີ,​ ຮອດເວລາ 21 ໂມງ ສາມາດສະກັດໄຟໃໝ້ໄດ້ພຽງບາງສ່ວນ​ສະເພາະທີ່ເຂດທີ່ສາມາດເຂົ້າເຖິງໄດ້, ສ່ວນເຂດທີ່ເປັນຜາຊັນບໍ່ສາມາດເຂົ້າເຖິງໄດ້ ແລະ ເປັນເວລາກາງຄືນ ແມ່ນບໍ່ສາມາດເຂົ້າສະກັດກັ້ນໄດ້,​ ຈິ່ງເຮັດໃຫ້ໄຟສືບຕໍ່ລຸກລາມຈົນຮອດເຂດວັດພູສ່າເຫຼົ້າ. ມາຮອດຕອນເຊົ້າວັນທີ 31 ມີນາ 2025,​ ພະແນກກະສິກຳ ແລະ ປ່າໄມ້ແຂວງ​ ໄດ້ສືບຕໍ່ສົມທົບກັບ​ ຄະນະພັກ​ -​ ອົງການ​ປົກຄອງ​ເມືອງໂພນທອງ ໄດ້ປະສານສົມທົບຂໍກຳລັງຈາກກອງພັນ 10 ທີ່ຕັ້ງຢູ່ເມືອງໂພນທອງ ມີຈໍານວນພົນເຂົ້າຮ່ວມດັບມອດໄຟປ່າ 62 ຄົນ,​ ຮອດຕອນຄໍ່າຈິ່ງສາມາດສະກັດກັ້ນໄດ້ໂດຍພື້ນຖານ ແຕ່ຍັງມີບາງຈຸດທີ່ເປັນຂອນໄມ້ໃຫຍ່, ກະຕໍໄມ້ ທີ່ບໍ່ສາມາດດັບມອດໄດ້ທັງໝົດ ຈິ່ງປະກົດເຫັນມີຄວັນຢູ່ ແຕ່ຄະນະຮັບຜິດຊອບມອດໄຟ ໄດ້ເຮັດເຂດກັນແລວໄຟໄວ້ຄັກແນ່ໃນແຕ່ລະຈຸດ ເພື່ອບໍ່ໃຫ້ໄຟສືບຕໍ່ລຸກລາມໄປຕື່ມ.​ ໄຟໃໝ້ປ່າຄັ້ງ​ ນີ້ມີເນື້ອທີ່ປ່າໄມ້ຖືກເສຍຫາຍ ປະມານ 20 ເຮັກຕາ.
ຂ່າວ​: ທູນທອງໃຈ
ພາບ​: ພະແນກ​ກະສິກໍາ​ ແລະ​ ປ່າໄມ້​ແຂວງ