(VOVWORLD) ວັນທີ 7 ກັນຍາ, ພາຍຸ ຢາກິ (Yagi) ໄດ້ພັດເຂົ້າເຂດກວາງນິງ, ນະຄອນ ຫາຍຟ່ອງ, ເຮັດໃຫ້ເກີດຝົນຕົກໜັກ, ລົມແຮງລະດັບ 11-12, ແລະ ແຮງລົມສູນ ກາງພາຍຸລະດັບ 13, ຄວາມໄວລົມສູງສຸດປະມານ 133 ກິໂລແມັດຕໍ່ຊົ່ວໂມງ.
ນັບແຕ່ຕອນເຊົ້າວັນທີ 7 ກັນຍານີ້, ຢູ່ຫຼາຍທ້ອງຖິ່ນຂອງແຂວງ ກວາງນິງ ແລະ ນະຄອນຫາຍຟ່ອງ, ເຊັ່ນ: ເກາະໂກໂຕ, ເວີນດົນ, ແບກລອງວີ, ໂດເຊີນ (ຫາຍຟອງ) ໄດ້ເກີດຝົນຕົກ, ລົມແຮງ, ເຮັດໃຫ້ຕົ້ນໄມ້ຫັກຫຼາຍຕົ້ນ, ປ້າຍໂຄສະນາ, ແລະ ຫລັງ ຄາສັງກະສີຂອງເຮືອນຫຼາຍຫຼັງຖືກລົມພັດໄປຕາມຖະໜົນ. ເຮືອ ບາງລຳຂອງຊາວປະມົງ ເວີນດົນ (ກວາງນິງ) ຖືກນ້ຳໝູນອອກໄປສູ່ທະເລ.
ຕອນເຊົ້າຂອງວັນດຽວກັນນີ້, ທ່ານ ເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດ ນາມ ໄດ້ໄປສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ເພື່ອກວດກາສະພາບຕົວຈິງຂອງລົມພາຍຸ Yagi. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ກົມອຸຕຸນິ ຍົມ ແລະ ອຸທົກກະສາດ ສະໜອງຂໍ້ມູນໂດຍຫຍໍ້, ຖືກຕ້ອງ ແລະ ວ່ອງໄວ ເມື່ອພະຍຸພັດເຂົ້າດິນຕໍ່ແຜ່ນ; ໃຫ້ຄໍາແນະນໍາ ແລະ ຄາດຄະເນກໍລະນີລະອຽດຢູ່ທ້ອງຖິ່ນ, ຈາກນັ້ນຈຶ່ງມີແຜນການແກ້ໄຂຢ່າງທັນເວລາ.
ສ່ວນ ທ່ານ ຫງວຽນຮ່ວາງຮຽບ ຮອງລັດຖະມົນຕີກະຊວງກະສີກຳ ແລະ ພັດທະ ນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ບັນດາອ່າງເກັບນ້ຳຢູ່ພາກເໜືອພ້ອມແລ້ວຮັບມືກັບສະພາບນ້ຳຖ້ວມ. ລະບົບຄັນຄູ່ທະເລ ແລະ ຄັນຄູ່ແຄມແມ່ນ້ຳ ອາດຈະລົ້ນເມື່ອມີຄື້ນຟອງໃຫຍ່ ຫລື ນ້ຳແກ່ງຖ້ວມ ແລະ ບັນດາທ້ອງຖິ່ນໄດ້ມີແຜນການຮັບມື. ຂະນະທີ່ ທ່ານ ຢ້ວານທ້າຍດຶກ, ຫົວໜ້າກົມກູ້ໄພ-ກູ້ຊີບຫວຽດນາມ ໃຫ້ຮູ້ວ່າ: ກະຊວງປ້ອງ ກັນປະເທດໄດ້ຈັດສົ່ງກຳລັງທະຫານເກືອບ 100.000 ຄົນ ພ້ອມກັບຍານພາຫະນະພິ ເສດນັບຮ້ອຍຄັນ ເພື່ອຮັບມືກັບລົມພາຍຸ Yagi ໃນທຸກສະພາບການ.
ນອກຈາກພັດເຂົ້າເຂດກວາງນິງ ແລະ ນະຄອນ ຫາຍຟ່ອງ, ພາຍຸ Yagi ໄດ້ພັດເຂົ້ານະຄອນຫລວງຮ່າໂນ້ຍ ແລະແຂວງໃກ້ຄຽງ ສ້າງຄວາມເສຍຫາຍໜັກສົມຄວນ.








