ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາຍໃຕ້ການນໍາພາຂອງພັກ ປະເທດຊາດໄດ້ຮັບການພັດທະນາ ແລະ ເຕີບໃຫ່ຍເຂັ້ມແຂງເປັນກ້າວໆ

Mar 13, 2025

ປະເທດຊາດໄດ້ຮັບການພັດທະນາ ແລະເຕີບໃຫ່ຍເຂັ້ມແຂງເປັນກ້າວໆ ພາຍໃຕ້ການນໍາພາ- ຊີ້ນໍາພາຂອງພັກ, ເສດຖະກິດຂອງລາວມີບາດກ້າວຂະຫາຍຕົວຢ່າງຕໍ່ເນື່ອງ, ຫມັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນເພິ່ມຂຶ້ນໃນແຕ່ລະໄລຍະ ເຮັດໃຫ້ຊີວິດການເປັນຢູ່ ແລະລາຍຮັບຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນໃນແຕ່ລະປີ, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຈາກ 114 ໂດລາໃນປີ 1985 ມາເປັນ 1.896 ໂດລາໃນປີ 2024.
ທ່ານ ຄໍາພັນ ເຜີຍຍະວົງ, ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດ ສະດີສູນກາງພັກ ຊີ້ໃຫ້ເຫັນວ່າ: ນັບແຕ່ກຳເນີດພັກເຮົາໄດ້ປະ ເຊີນໜ້າກັບການທົດສອບອັນຂ້ຽວຂາດກວ່າໝູ່ໃນປະຫວັດສາດການຕໍ່ສູ້ກູ້ຊາດຕ້ານລ່າເມືອງຂຶ້ນແບບໃໝ່ ທີ່ຍືດເຍື້ອຍາວນານເປັນເວລາ 20 ປີ ດ້ວຍແນວທາງການເມືອງ, ການທະຫານອັນຖືກຕ້ອງ, ປະດິດສ້າງ, ດ້ວຍວິທີດຳເນີນການປະຕິວັດ ແລະສົງຄາມປະຕິວັດອັນອຸດົມຮັ່ງມີ ແລະ ມີວິທະຍາຍາສາດນັ້ນ ພັກເຮົາລະດົມໄດ້ກໍາລັງແຮງໝົດທັງຊາດ, ກຳລັງແຮງຂອງກອງທັບ, ກໍາລັງແຮງຂອງປະຊາຊົນລາວໃນທົ່ວປະເທດຢ່າງສຸດຂີດ, ສົມ ທົບກໍາລັງແຮງແຫ່ງກ້ອນກໍາລັງສໍາພັນສູ້ຮົບ ລະຫວ່າງປະຊາຊົນສາມຊາດລາວ-ຫວຽດນາມ-ກໍາປູເຈຍ, ສົມທົບກັບກໍາລັງແຮງຂອງຍຸກສະໄໝ ສາມາດນໍາພາການປະຕິວັດຍາດໄດ້ໄຊຊະນະ, ຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ, ສາມາດນໍາພາປະຊາຊົນ ຂັບໄລ່ຈັກກະພັດຜູ້ຮຸກຮານ, ໂຄ່ນລົ້ມອໍານາດການປົກຄອງແບບຂຸນເສິກ-ສັກດີນາ, ປົດປ່ອຍປະເທດຊາດຢ່າງສົມບູນ ສະ ຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ກາຍ ເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະໃໝ່ ຂອງການປະຕິວັດແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ດໍາເນີນພາລະກິດປ່ຽນແປງໃໝ່ປະສົບຜົນສໍາເລັດເປັນກ້າວໆມາ, ບູລະນະລະບອບປະຊາ ທິປະໄຕປະຊາຊົນ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງໃຫມ່ຂຶ້ນ. ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະ ທໍາອັນດີງາມຂອງຊາດ, ຂອງເຜົ່າມີຜົນສໍາເລັດເປັນກ້າວໆ; ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີໜຶ່ງ (1981-1985) ສໍາເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບ ຕໍ່ກ້າວຂຶ້ນຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງຫນ້າທີ່ ແລະ ທິດນໍາຂອງການ ກໍ່ສ້າງພັກໃນໄລຍະໃຫມ່ອອກ, ພັກໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ: ການ ເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນໍາພາ, ການກວດກາ, ການຄຸ້ມຄອງ-ປ້ອງ ກັນພັກ ແລະ ໄດ້ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະນັກງານໃນໄລຍະໃຫມ່.
ພັກນຳພາສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໂດຍໄດ້ຮັບຮູ້ ແລະ ເສີມຂະຫຍາຍສຸດຂີດສິດປະຊາທິ ປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ; ນໍາພາປັບປຸງລະບົບການຈັດຕັ້ງໃນອົງການອໍານາດລັດ ຕາມຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ການເມືອງ ໃນແຕ່ລະໄລຍະ. ລະບົບອົງການອໍານາດລັດ ໄດ້ມີການປັບປຸງຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ນະຄອນຫຼວງວຽງ ຈັນ ເພື່ອປະຕິບັດຫນ້າທີ່ເປັນຕົວແທນ ແລະ ປະຕິບັດເຈດຈໍານົງ ຂອງປະຊາຊົນໃຫ້ມີປະສິດທິພາບ; ອົງການລັດຖະບານ, ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ ໄດ້ຮັບການປັບປຸງດີຂຶ້ນ, ອົງການຕຸລາການ, ອົງການໄອຍະການທຸກໆຂັ້ນ ສາມາດສ້າງໄດ້ຄວາມ ເຊື່ອຫມັ້ນຕໍ່ປະຊາຊົນ; ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ລ້ວນແຕ່ໄດ້ຮັບການປັບປຸງຕາມຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ.
ໂດຍເລີ່ມຈາກສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986) ກໍານົດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການ. ພັກຢືນຢັນວ່າ ປ່ຽນແປງໃໝ່ “ຕ້ອງບົນພື້ນຖານການ ປ່ຽນແປງໃໝ່ຈິນຕະນາການ, ກ່ອນອື່ນໝົດ ແມ່ນຈິນຕະນາການທາງດ້ານທິດສະດີ, ເຄົາລົບກົດເກນພາວະວິໄສ, ສ້າງທັດສະນະວິທະຍາ ສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບລະບອບການນໍາໃຊ້ກົດເກນ ແລະ ກ່ຽວກັບລະບອບການຄຸ້ມຄອງເສດຖະ ກິດ”; ໂດຍເລີ່ມຈາກປ່ຽນແປງໃຫມ່ດ້ານເສດຖະກິດ, ເປັນຕົ້ນການ ປ່ຽນແປງໃຫມ່ດ້ານນະໂຍບາຍເສດຖະກິດ; ຮັບຮູ້ ແລະ ນໍາໃຊ້ເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນ ປະໂຫຍດ, ຫັນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ, ເພິ່ງຕົນເອງ, ກຸ້ມຕົນເອງ ໄປສູ່ເສດຖະກິດສິນຄ້າ;
ກອງປະຊຸມຄັ້ງທີ V, VI, VII, VIII, IX, X ແລະ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ນໍາພາຈັດຕັ້ງຜັນຂະ ຫຍາຍແນວທາງປ່ຽນ ແປງໃຫມ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດບົດຮຽນຈາກພຶດຕິກໍາຕົວຈິງໃນແຕ່ລະໄລຍະຢ່າງເປັນລະບົບ, ຕໍ່ເນື່ອງທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນ ແປງໃຫມ່ຮອບດ້ານມີຫຼັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ. ເຮັດໃຫ້ການພັດທະນາເສດຖະ ກິດຂອງ ສປປ ລາວ ໄດ້ມີຜົນສໍາເລັດ ແລະ ມີບາດກ້າວຂະຫາຍຕົວຕໍ່ເນື່ອງ, ຫມັ້ນທ່ຽງ, ລວມຍອດຜະ ລິດຕະພັນພາຍໃນ ເພິ່ມຂຶ້ນໃນແຕ່ລະໄລຍະ, ໂຄງປະ ກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄປຕາມທິດຫັນເປັນອຸດສາຫະກໍາທັນສະໄຫມເທື່ອລະກ້າວ, ຊີວິດການເປັນຢູ່ ແລະ ລາຍຮັບຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນໃນແຕ່ລະປີ, ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຈາກ 114 ໂດລາສະຫະລັດ ໃນປີ 1985 ມາເປັນ 1,896 ໂດລາສະຫະລັດ ໃນປີ 2024.
Cr: ຈັນທະສອນ ສີຫານາດ
May be an image of 2 people, dais and text