ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາບບັນຍາກາດ ຂອງຜູ້ແທນກອງປະຊຸມໃຫຍ່ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄຫມທີ XII

Jan 8, 2026

ໃນຕອນບ່າຍວັນທີ 7 ມັງກອນ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກກໍຄືປະຊາຊົນໄດ້ມອບໝາຍໃຫ້.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 6 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດການນຳພາ ທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”.
May be an image of dais and text May be an image of dais and text
May be an image of dais and text May be an image of dais and text
ກອງປະຊຸມຄັ້ງນີ້ມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ທັງໝົດ 835 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກທົ່ວປະເທດ 421.865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານການເລືອກຕັ້ງຈາກກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.
May be an image of dais and text May be an image of dais and text
May be an image of text
ຂ່າວ: ຂປລ
ພາບ: ກົມສື່ມວນຊົນ, ຂປລ