ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາລະກິດຂອງພັກກອມມູນິດ ຫວຽດນາມ ແມ່ນນຳພາປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາ ແລະ ຮັ່ງມີເຂັ້ມແຂງ

Feb 3, 2025

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 2 ກຸມພາ ຜ່ານມາວ່າ: ຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ທີ່ເປັນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງປະ ຊາຊົນຜູ້ອອກແຮງງານ ແລະ ຊົນຊາດຫວຽດນາມ ໄດ້ນຳພາປະ ເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເນັ້ນໜັກໃນບົດຂຽນທີ່ມີຫົວຂໍ້ວ່າ: “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2025).
ໃນບົດຂຽນ, ທ່ານ ໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ: ຫວຽດນາມ, ບໍ່ມີກຳລັງການເມືອງໃດ ນອກຈາກພັກກອມມູ ນິດ ຫວຽດນາມມີຄວາມສາມາດຢ່າງພຽງພໍ, ມີຄຸນວຸດທິ, ພູມ ປັນຍາ, ບົດຮຽນປະສົບການ ແລະ ອິດທິພົນຊື່ສຽງເພື່ອຊີ້ນຳ- ນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາ ພາລະກິດແຫ່ງການປະຕິວັດຂອງຫວຽດນາມ ຍາດໄດ້ຫຼາຍໄຊ ຊະນະທີ່ນັບມື້ນັບໃຫຍ່ກວ່າ.
ເພື່ອສືບຕໍ່ບົດບາດຄວາມຮັບຜິດຊອບນັ້ນ, ພັກຕ້ອງເຂັ້ມ ແຂງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກ ສູງຄວາມສາມາດໃນການຊີ້ນຳ-ນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະ ມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກຍາມໃດກໍມີຄວາມປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມ ຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖວພະນັກງານທີ່ເຂັ້ມແຂງ, ປອດໃສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກ-ເລນິນ, ແນວຄິດປະທານໂຮ່ຈິມິນ.
ໃນຕອນທ້າຍຂອງບົດຂຽນ, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ: ປັດຈຸບັນ ດ້ວຍສະມາຊິກພັກ 5.4 ລ້ານກວ່າຄົນ, ພັກກອມມູນິດຫວຽດນາມມີກຳລັງແຮງຢ່າງພຽງພໍ ເພື່ອປະຕິບັດຄວາມຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.