ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພາສີປະຈໍາດ່ານສາກົນ ຂົວມິດຕະພາບ 3 ສູ້ຊົນເກັບລາຍຮັບໃຫ້ໄດ້ 800 ຕື້ກວ່າກີບ

Jan 16, 2025

ຕາມແຜນການທີ່ໄດ້ຮັບມອບໝາຍ ການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2025 ຈໍານວນ 805 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 15,49% ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນຕົວເລກດັ່ງກ່າວ ໃຫ້ບັນລຸຕາມຄາດໝາຍ, ຄະນະພັກ-ຄະນະດ່ານ ຈະສືບຕໍ່ເຮັດວຽກການເມືອງແນວຄິດກັບອ້າຍນ້ອງ ກໍຄືພະນັກງານ-ເຈົ້າໜ້າທີ່ພາສີ ປະຈໍາດ່ານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ໜ້າທີ່ການເມືອງຂອງຕົນ ທີ່ຖືກມອບໝາຍ ເປັນຕົ້ນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ກວດກາຄືນລະບົບເຄື່ອງມືອັນທັນສະໄໝ ທີ່ນໍາໃຊ້ເຂົ້າໃນການບໍລິການວຽກວິຊາສະເພາະ ໃຫ້ສາມາດນໍາໃຊ້ໄດ້ປົກກະຕິ ພ້ອມທັງປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ປະສານສົມທົບກັບຜູ້ປະກອບການ ທີ່ເຮັດການບໍລິການນໍາເຂົ້າ, ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ຮ່ວມປະຊຸມ ເພື່ອຄົ້ນຄວ້າ ປຶກສາຫາລື ບັນດາຂໍ້ຫຍຸ້ງຍາກຕ່າງໆ ໃນການບໍລິການຜ່ານດ່ານຂົວມິດຕະພາບ 3 ເພື່ອຈະຕ້ອງໄດ້ແກ້ໄຂໃຫ້ທັນເວລາ, ຄຽງຄູ່ກັນນັ້ນ ກໍຕ້ອງໄດ້ນໍາເອົາບັນດານິຕິກຳອັນໃໝ່ ຈາກກະຊວງການເງິນ, ກົມພາສີ ຕິດພັນກັບວຽກຕົວຈິງ ຂອງດ່ານ ມາເຜີຍແຜ່ເຊື່ອມຊຶມໃຫ້ທັນເວລາ.
ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີ ສາກົນ ຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ໃຫ້ສຳພາດຕໍ່ຜູ້ສື່ທ້ອງຖິ່ນ ໃນວັນທີ 15 ມັງກອນ 2025 ນີ້ວ່າ: ສໍາລັບການຈັດຕັ້ງປະຕິບັດ ການເກັບລາຍຮັບເຂົ້າງົບປະມານ ປີ 2024 ຜ່ານມາ ຕາມແຜນຈັດເກັບ 697 ຕື້ກີບ ປະຕິບັດໄດ້ 819 ຕື້ກວ່າກີບ ເທົ່າກັບ 117,51%, ລື່ນແຜນ 17,51% ຫລື ເທົ່າກັບ 122 ຕື້ກວ່າກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາເກັບໄດ້ 149,38% ລື່ນແຜນ 49,38%. ລາຍຮັບສ່ວນໃຫຍ່ໄດ້ຈາກສິນຄ້າ ປະເພດນໍ້າມັນເຊື້ອໄຟ ແລະ ສິນຄ້ານໍາເຂົ້າ ເພື່ອສົ່ງອອກຕໍ່ ປະເພດເຄື່ອງດື່ມຊູກຳລັງ, ຄ່າທໍານຽມຄັງແຮ, ພາຫະນະເຂົ້າ-ອອກ ແລະ ຜ່ານດ່ານ. ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດ ການເກັບລາຍຮັບ ເນື່ອງຈາກການຈັດຕັ້ງທຸກຂັ້ນ ໄດ້ສຸມໃສ່ໃຫ້ຄວາມຊ່ວຍເຫລືອ, ນໍາພາ-ຊີ້ນໍາ ວຽກງານຮອບດ້ານ ມີກົດໝາຍ, ນິຕິກຳ ເປັນບ່ອນອີງທີ່ແນ່ນອນ ແລະ ເໝາະສົມ ໃນການຈັດຕັ້ງປະຕິບັດວຽກວິຊາສະເພາະໃນແຕ່ລະໄລຍະ ພ້ອມທັງໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການບໍລິການ ເຮັດໃຫ້ມີຄວາມສະດວກ ວ່ອງໄວ ແລະ ໂປ່ງໃສ.
ທ່ານ ບຸນທະນົງສັກ ເທບພະລັກ ກ່າວຕື່ມວ່າ: ສ່ວນຂໍ້ຫຍຸ້ງຍາກ ເນື່ອງຈາກ ດ່ານສາກົນ ຂົວມິດຕະພາບ 3 ໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການບໍລິການວຽກຂອງດ່ານ ສະນັ້ນ, ຈິ່ງພົບຄວາມຫຍຸ້ງຍາກໃນບາງຄັ້ງຄາວ ເປັນຕົ້ນ ສັນຍານອິນເຕີເນັດຂັດຂ້ອງ, ອຸປະກອນເຄື່ອງມືທັນສະໄໝເປ່ເພ. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ໂດຍສະເພາະບຸກຄົນ ທີ່ເດີນທາງເຂົ້າ-ອອກ ຜ່ານດ່ານ ຫາກມີບັນຫາໃດທີ່ບໍ່ເຂົ້າໃຈ ສາມາດສອບຖາມຂໍ້ມູນ ນໍາເຈົ້າໜ້າທີ່ ປະຈໍາດ່ານໄດ້ຕະຫລອດເວລາ.
ຂ່າວ: ມະນີວັນ