ຄະນະກໍາມະການອະໄພຍະໂທດລະດັບຊາດ ຈັດກອງຄົ້ນຄວ້າພິຈາລະນາ ການສະເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ໃນວັນທີ 10 ກັນຍາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົອ ວິໄລ ຫລ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ(ຜູ້ປະຈໍາການ), ພ້ອມຄະນະກໍາມະການອະໄພຍະໂທດລະດັບຊາດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເຂົ້າຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະ ເໜີຂໍໃຫ້ອະໄພຍະໂທດຫລຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວ ແກ່ນັກໂທດ ປະຈຳປີ 2025 ເຊິ່ງມີນັກໂທດທີ່ສະເໜີຂໍໃຫ້ອະໄພຍະໂທດ 2.867 ຄົນ, ຍິງ 364 ຄົນ, ຕ່າງປະເທດ 59 ຄົນ, ຍິງ 7 ຄົນ. ໃນນີ້, ມີນັກໂທດສະເໜີຂໍອະໄພຍະໂທດຫລຸດຜ່ອນໂທດ 2.640 ຄົນ, ຍິງ 334 ຄົນ, ຕ່າງປະເທດ 58 ຄົນ, ຍິງ 7 ຄົນ; ນັກໂທດຂໍອະໄພຍະໂທດປ່ອຍຕົວ 227 ຄົນ, ຍິງ 30 ຄົນ, ຕ່າງປະເທດ 1 ຄົນ. ພ້ອມນັ້ນ, ຄະນະກໍາມະການອະໄພຍະໂທດແຕ່ລະຂັ້ນ ຍັງໄດ້ຊຸກຍູ້ພະແນກຍຸຕິທຳ ແລະ ອົງການປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວປະເທດ ເກັບຄ່າປັບໃໝ ແລະ ຄ່າເສຍຫາຍທາງແພ່ງ ທີ່ນັກໂທດໄດ້ຊຳລະ ໃນບັ້ນການຄົ້ນຄວ້າສະເໜີຂໍອະໄພຍະໂທດ ປະຈຳປີ 2025 ມີຈໍານວນ 13,3 ຕື້ກວ່າກີບ. ໃນນີ້, ມີຄ່າເສຍຫາຍທາງແພ່ງ 3,1 ຕື້ກວ່າກີບ, ຄ່າປັບໃໝທາງອາຍາ 10,22 ຕື້ກວ່າກີບ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນ, ກວດກາ, ຄົ້ນຄວ້າ ແລະ ປະກອບຄຳຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົມນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍ ອັນຖືກຕ້ອງເປັນທໍາຂອງລັດ ແຫ່ງ ສປປ ລາວ, ໃນການກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ, ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອສ້າງເງື່ອນໄຂໃຫ້ເຂົາເຈົ້າມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ໂອກາດດັ່ງກ່າວ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ໄດ້ເນັ້ນໃຫ້ຄະນະກຳມະການອະໄພຍະໂທດ ລະດັບຊາດ, ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເພີ່ມທະວີຄວາມຮັບຜິດຊອບ ໃນການກວດກາ, ຄົ້ນຄວ້າ ໂດຍອີງໃສ່ກົດໝາຍ, ລັດຖະບັນຍັດບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາທີ່ກ່ຽວຂ້ອງເປັນພື້ນຖານໃນການຄົ້ນຄວ້າພິຈາລະນາ ເພື່ອເຮັດໃຫ້ການສະເໜີຂໍອະໄພຍະໂທດ ໃຫ້ແກ່ນັກໂທດ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ທັນຕາມກໍານົດເວລາ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.
ຂ່າວ: ອອປສ


