ຕອນບ່າຍວັນທີ 22 ພະຈິກ 2025 ທີ່ສວນອານຸສາວະລີ (ປະຕູໄຊ) ນະຄອນຫຼວງວຽງຈັນ ໄດ້ມີພິທີແຫ່ໃບຢັ້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍບັນດາການນໍາຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງວັດທະນາທຳ ແລະ ທ່ອງທ່ຽວ, ການນໍາຈາກແຂວງຄໍາມ່ວນ, ຕາງໜ້າອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ມີຄໍາເຫັນວ່າ: ກອງປະຊຸມຄະນະກໍາມະການມໍລະດົກໂລກ ຄັ້ງທີ 47 ຈັດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງລາວ ເຂົ້າເປັນພື້ນທີ່ມໍລະດົກໂລກ ແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລິດົກໂລກທາງທຳມະຊາດຢູ່ແຂວງກວາງຈີ ຂອງ ຫວຽດນາມ.

ການຂຶ້ນທະບຽນ ເປັນມໍລະດົກໂລກຄັ້ງນີ້ ເກີດຈາກການຮັບຮອງເອົາຄຸນຄ່າທີ່ໂດດເດັ່ນລະດັບຈັກກະວານຂອງຫີນໜາມໜໍ່ ໄດ້ແກ່: ພູມສັນຖານເປັນພູຫີນປູນທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້; ຖໍ້າມະຫັດສະຈັນ “ຖໍ້ານໍ້າລອດເຊບັ້ງໄຟ”, ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນ ຂອງສັດທີ່ຫາຍາກ ແລະ ຢູ່ໃນບັນຊີໃກ້ຈະສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້.
ສໍາລັບພິທີແຫ່ໃບຢັ້ງຢືນຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທໍາມະຊາດຄັ້ງນີ້, ແມ່ນເລີ່ມຈາກສະໜາມບິນວັດສາກົນວັດໄຕມາຫາສວນອານຸສາວະລີ (ປະຕູໄຊ).


