ພິທີຖະແຫຼ່ງຂ່າວ ການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 18 ມີຖຸນາ 2025 ທີ່ສູນກາງແນວລາວສ້າງຊາດ. ເປັນກຽດຖະແຫຼ່ງຂ່າວ ໂດຍສະຫາຍ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານ ສນຊ, ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ, ບຸກຄາລະກອນແລະແຂ່ງຂັນຍ້ອງຍໍການສະເຫຼີມສະຫຼອງ ວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ. ມີບັນດາແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວໃນການກະກຽມສະເຫຼີມສະຫຼອງວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ວ່າ: ຈຸດປະສົງ ເພື່ອທົບທວນຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນບັນດາເຜົ່າຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາ; ເພື່ອຍົກສູງບົດບາດການນໍາພາຂອງພັກ, ລັດທຸກຂັ້ນ, ອົງການພາຄີທຸກຂັ້ນ ຕໍ່ວຽກງານແນວໂຮມ, ແນໃສ່ສ້າງກ້ອນກຳລັງ ມະຫາສາມັກຄີຂອງທົ່ວປວງຊົນ ເພື່ອປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນໄລຍະໃຫມ່. ສ້າງໃຫ້ເກີດມີຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ານຕ່າງໆຢ່າງກວ້າງຂວາງ, ເຮັດໃຫ້ການສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະເຮັດໃຫ້ກາຍເປັນປາງບຸນຫນຶ່ງ ຂອງທົ່ວປວງຊົນ, ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເປັນການປຸກລະດົມ ແລະ ປະກອບສ່ວນເຂົ້າໃນການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ກອງປະຊຸມໃຫຍ່ຄັ້ງທີ XII ຂອງຜູ້ແທນແນວລາວສ້າງຊາດທົ່ວປະເທດ; ຖືໂອກາດ 75ປີ ເປັນການບຳລຸງສ້າງຄວາມຮັບຮູ້ຕໍ່ມະຕິ 108 ຂອງກົມການເມືອງສູນກາງພັກ ແລະ ມະຕິອື່ນຂອງພັກ ເປັນການປຸກລະດົມ, ສ້າງມະນາຈິດປະຕິວັດຂອງພະນັກງານ, ສະມາຊິກພັກຜູ້ເຮັດວຽກງານແນວໂຮມທຸກພາກສ່ວນ ໂດຍສະເພາະເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການແນວລາວສ້າງຊາດແຕ່ລະຂັ້ນ ໃນໄລຍະໃຫມ່ສູງຂຶ້ນກວ່າເກົ່າ ບົນຈິດໃຈ 4 ເສີມສ້າງ: ເສີມສ້າງຄຸນງານຄວາມດີ, ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ ຂອງພະນັກງານແນວລາວສ້າງຊາດທຸກທ່ານ, ທຸກຂັ້ນ; ພ້ອມດຽວກັນນັ້ນ ກໍເປັນເວລາທີ່ພວກເຮົາຕ້ອງຕັ້ງຫນ້າຊອກຄົ້ນ, ຖອດຖອນບົດຮຽນວຽກງານແນວໂຮມໃນໄລຍະໃຫມ່ ແລະ ທັງເປັນການຍົກສູງບົດບາດຂອງແນວລາວສ້າງຊາດທຸກຂັ້ນ ໃຫ້ສູງຂຶ້ນຕື່ມ.
ມາຮອດປະຈຸບັນກົມການເມືອງສູນກາງພັກໄດ້ມອບໝາຍໃຫ້ ຫ້ອງວ່າການສູນກາງພັກອອກແຈ້ງການສະບັບ ເລກທີ 17/ຫສພ, ລົງວັນທີ 6 ກຸມພາ 2025 ກ່ຽວກັບການກະກຽມສະເຫຼີມສະ ຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75ປີ, ສນຊ ກໍ່ໄດ້ອອກນິຕິກຳ 2 ສະບັບເປັນຕົ້ນ: ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ເລກທີ 75/ສນຊ, ລົງວັນທີ 12/3/2025, ມະຕິກ່ຽວກັບແຜນການຈັດຕັ້ງປະຕິບັດການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75ປີ ເລກທີ 116/ຄປຈ ລົງວັນທີ 11/4/2025; ຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ອອກແຈ້ງ ການແນະນໍາ ສະບັບເລກທີ 30/ຄອສພ ລົງວັນທີ 29/5/2025, ວ່າດ້ວຍການຈັດຕັ້ງປາຖະກະ ຖາມູນເຊື້ອແນວລາວ ສ້າງຊາດ ຄົບຮອບ 75 ປີ.
ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ໂຄສະນາ ແລະ ປຸກລະດົມ ທັງແຈ້ງຂ່າວ ກ່ຽວກັບການກະກຽມສະເຫຼີມສະຫຼອງວັນດັ່ງກ່າວ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ນັບແຕ່ເດືອນ 3 ມາ ທີ່ໄດ້ອອກນິຕິກຳຕ່າງທກ່ຽວຂ້ອງ. ຮອດປັດຈຸບັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ແຕ່ງຕັ້ງ 3 ອະນຸກຳມະການ ເພື່ອກະກຽມ ເປັນຕົ້ນ: ອະນຸກຳມະການເນື້ອໃນ ແລະ ເສດຖະກິດ, ອະນຸກຳມະການໂຄສະນາ-ຂະບວນການ ແລະບຸກຄະລາກອນ-ຍ້ອງຍໍ, ອະນຸກຳມະການພິທີການ, ສະຖານທີ່, ປ້ອງກັນ ແລະ ຮັກສາສຸຂະພາບ ພ້ອມທັງ ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະກິດຈະກຳລະອຽດ. ການສະເຫຼີມສະຫຼອງ 75ປີ ວັນສ້າງຕັ້ງແນວລາວສ້າງຊາດ ແມ່ນຂະບວນການປັບປຸງບູລະນະອົງການແນວ ລາວສ້າງຊາດທຸກຂັ້ນ, ແມ່ນການປັບປຸງພັນທະພາບລະຫວ່າງຊົນຊັ້ນກຳມະກອນ, ຊາວກະສິກອນ, ປັນຍາຊົນ-ຊັ້ນຄົນ ແລະ ບັນດາອົງການພາຄີພາຍໃຕ້ການນໍາພາຂອງພັກ ແລະ ເປັນການເພີ່ມທະວີການປະສານສົມທົບ, ຮັດແຫນ້ນສາຍ ພົວພັນລະຫວ່າງພັກ, ລັດ, ການຈັດຕັ້ງສັງຄົມກັບຄະນະກຳມະການແນວລາວສ້າງຊາດ ໃຫ້ເຂັ້ມແຂງກ້າວຫນຶ່ງ; ແມ່ນການ ປັບປຸງ ແລະ ຍົກສູງລະດັບການເຄື່ອນໄຫວ, ແບບແຜນວິທີເຮັດວຽກ ແລະຄວາມຮັບຜິດຊອບການເມືອງບັ້ນໃຫຍ່ຫນຶ່ງຂອງທົ່ວຄະນະກຳມະການແນວລາວສ້າງຊາດທຸກຂັ້ນ, ທຸກທ່ານ ແລະ ຜູ້ສະຫນັບສະຫນູນທຸກຄົນມີການຫັນປ່ຽນໃຫມ່ ບົນຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແຂງແຮງກວ່າເກົ່າ.
ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວຕື່ມວ່າ: ໄດ້ມີການຈັດຕັ້ງພິທີວາງພວງມາລາ ຢູ່ຕໍ່ຫນ້າອະນຸສອນສະຖານປະຕິວັດ, ນັກຮົບນິລະນາມ (ຫລັກ 24) ແລະ ວາງກະຕ່າດອກໄມ້ ພິພິດທະພັນ ປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ປະທານພານຸວົງ, ວັນທີ 12 ສິງຫາ 2025; ຈັດພິທີຊຸມນຸມວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຢູ່ ນະຄອນຫຼວງວຽງຈັນ (ແບບເຊິ່ງຫນ້າ ແລະ ທາງໄກ ກັບທ້ອງຖິ່ນ) ແລະ ຕ່າງປະເທດ ໃນວັນທີ 13 ສິງຫາ 2025 ໂດຍມີບັນດາການນໍາພັກ-ລັດ, ຜູ້ຊົງຄຸນວຸດທີ, ທ່ານກຳມະ ການແນວລາວສ້າງຊາດ, ທີ່ປຶກສາ, ຄູ່ຮ່ວມງານ, ພະນັກງານຫຼັກແຫຼ່ງ, ປະຊາຊົນ, ນັກທຸລະກິດ, ອົງການຈັດຕັ້ງສັງຄົມ ທັງພາຍໃນ ແລະ ຕ່າງ ປະເທດ (ປະຈໍາລາວ) ເຂົ້າຮ່ວມຕິດຕາມ.
ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຈະໄດ້ຈັດຕັ້ງປະຕິບັດເປັນ 03 ໄລຍະ: ໄລຍະກ່ອນສະເຫຼີມ ສະຫຼອງ, ໄລຍະການສະເຫຼີມສະຫຼອງ ແລະ ໄລຍະຫຼັງການສະເຫຼີມສະຫຼອງ ໂດຍກຳນົດ 09 ກິດຈະກຳ, 53 ແຜນວຽກ ຄື: ຈັດຕັ້ງປາຖະກະຖາມູນເຊື້ອ ແລະ ຜົນງານຂອງແນວລາວສ້າງຊາດ ຕະຫຼອດໄລຍະ 75 ປີ; ຈັດຕັ້ງຢ້ຽມຢາມ, ອວຍພອນ ແລະມອບຂອງຂວັນໃຫ້ຄອບຄົວອະດີດການນໍາແນວລາວສ້າງຊາດ ລຸ້ນທີ 1, 2 ແລະ ຂັ້ນທ້ອງຖິ່ນ; ຈັດງານວາງສະແດງ ວັດທະນະທຳຊົນເຜົ່າ (ທີ່ສວນພຶກສາ); ບູລະນະສ້ອມແປງຫໍມູນເຊື້ອ ແລະ ຖໍ້າແນວລາວຮັກຊາດ ຢູ່ ແຂວງຫົວພັນ; ຊຸກຍູ້ຂະບວນການລຶບລ້າງຄວາມທຸກຍາກ ແລະ ສ້າງບ້ານປອດຢາເສບຕິດ; ຊຸກຍູ້ຂະບວນການ 9 ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງອົງການແນວລາວສ້າງຊາດ; ບັນດາແຂວງໃຫ້ຈັດກິດຈະກຳໃດຫນຶ່ງ ທີ່ສະແດງເຖິງມູນເຊື້ອຂອງແນວລາວສ້າງຊາດ; ຈັດຕັ້ງການແຂ່ງຂັນກິລາ ສີລະປະວັນນະຄະດີ, ຂັບລຳ, ແຕ່ງເພງ, ບົດກະວີ, ຍ່າງ ແລະ ຟ້ອນລໍາວົງ ມະຫາສາມັກຄີ ໂດຍມີຊຸດນຸ່ງ 50 ເຜົ່າ, ເພດໄວ, ຊຸດນຸ່ງທຸກສາສະຫນາ, ຮ່ວມກັບສູນກາງ ອພສ ແຫ່ພະໄຕປີດົກ ແລະ ອື່ນໆ; ກິດຈະກໍວາງສະແດງຮູບພາບການເຄື່ອນໄຫວ, ສ້າງສາລະຄະດີ 75 ປີ, ສ້າງສະປອດໂຄສະນາ ຜ່ານສື່, ຕິດປ້າຍໂຄ ສະນາຕາມສຳນັກງານ-ອົງການ, ຄົວເຮືອນຂອງຄະນະກຳມະການແນວລາວສ້າງຊາດທຸກໆທ່ານ, ອົງການພາຄີ ແລະ ທົ່ວປວງຊົນ. ພ້ອມນີ້, ໄດ້ ສ້າງເອກະສານ ແລະ ປຶ້ມຄູ່ມືການໂຄສະນາ-ປາຖະກະຖາ ກ່ຽວກັບເນື້ອໃນສໍາຄັນມູນເຊື້ອ, ຜົນງານຂອງອົງການແນວ ລາວສ້າງຊາດ ໃນ 3 ໄລຍະ (ແນວລາວອິດສະຫຼະ, ແນວລາວຮັກຊາດ, ແນວລາວສ້າງຊາດ) ໂດຍຕິດພັນກັບຜົນງານການ ປະກອບສ່ວນຂອງແນວລາວສ້າງຊາດທ້ອງຖິ່ນຂອງຕົນ ສູນນກາງພັກ ( ໂດຍໄດ້ຮັບການຮຽບຮຽງຈາກຄະນະໂຄສະນາອົບຮົມ); ບົດປະກອບຄວາມເຫັນຂອງການນໍາພັກ, ລັດ, ອົງການມະຫາຊົນ, ຊັ້ນຄົນ-ຜູ້ຊົງຄຸນວຸດທິ ບັນດາເຜົ່າ; ຮ່າງບົດສູນທອນພົດຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງ 75 ປີ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ;
ຈັດຕັ້ງການດໍາເນີນຊີວິດການເມືອງ ພາຍໃນຄະນະກຳມະການແນວລາວສ້າງຊາດແຕ່ສູນກາງ ກຳແຫນ້ນນະໂຍບາຍຂອງພັກ, ລັດ ໃນວຽກງານແນວໂຮມ ເປັນຕົ້ນ: ຮອດທ້ອງຖິ່ນເພື່ອກົດຫມາຍວ່າດ້ວຍແນວລາວສ້າງຊາດ; ມະຕິ 029/ກມສພ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດ; ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ໃນໄລຍະໃຫມ່; ກົດລະບຽບແນວລາວ ສ້າງຊາດ ສະໄຫມທີ XI; ມະຕິຂອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ສະໄຫມທີ XI; ຈັດຕັ້ງການສໍາມະນາການລະດົມ ຄວາມເຫັນ ແລະແລກປ່ຽນບົດຮຽນຊຶ່ງກັນ ແລະກັນ ໃນການຈັດຕັ້ງປະຕິບັດມະຕິຂອງພັກ, ລັດ, ໂດຍສະເພາະຂອງ ສນຊ ວາງອອກ, ເອົາໃຈໃສ່ຕໍ່ບົດຮຽນດ້ານແບບແຜນວິທີເຄື່ອນໄຫວທີ່ມີຫມາກມີຜົນໄລຍະຜ່ານມາເພື່ອສ້າງການ ຫັນປ່ຽນໃນວຽກງານແນວໂຮມຢ່າງກວ້າງຂວາງ. ຈັດພິມປຶ້ມຄໍາສັບສໍາຄັນວຽກງານແນວໂຮມ; ອອກວາລະສານ ຫລື ປື້ມໂຮມບົດປະພັນວັນນະຄະດີ, ຫນັງສືພິມ ສະບັບພິເສດ 75 ປີ, ບົດຄວາມ, ບົດກາບກອນ ເພື່ອສ່ອງແສງຫມາກຜົນການປະກອບສ່ວນຂອງອົງການແນວລາວສ້າງຊາດ ໃນພາ ລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ແລະ ອື່ນໆທີ່ຈໍາເປັນ.





